spot_img
Homeຂ່າວທ້ອງຖິ່ນລາວກຽມສຳຫຼວດທາງລົດໄຟໃນ 4 ແຂວງພາກໃຕ້

ລາວກຽມສຳຫຼວດທາງລົດໄຟໃນ 4 ແຂວງພາກໃຕ້

Published on

ສຳນັກຂ່າວສານປະເທດລາວ ລາຍງານ ໃນວັນທີ 16 ຕຸລາ 2020, ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີການເຊັນບົດບັນ ທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫຼວດ ແລະ ອອກແບບລະອຽດ ຄວາມເປັນໄປໄດ້ໃນການພັດທະນາໂຄງ ການທາງລົດໄຟ ຈາກເມືອງທ່າແຂກ ແຂວງຄຳມ່ວນ-ແຂວງສະຫວັນນະເຂດ-ແຂວງສາລະວັນ ຫາ ວັງເຕົ່າ ແຂວງຈຳປາສັກ ທີ່ມີຄວາມຍາວ 345 ກິໂລແມັດ ໃນມູນຄ່າ 20 ຕື້ບາດ (20.000 ລ້ານບາດ) ໃນຮູບແບບການຮ່ວມທຶນ ລະຫວ່າງ ພາກລັດ ແລະ ພາກເອກະຊົນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ສິນນະຄອນ ການໂຍທາ ຈຳກັດ ມະຫາຊົນ.

ທ່ານ ສຸເນດ ກ້ອນພັນທະວົງ ທີ່ປຶກສາບໍລິສັດ ສິນນະຄອນການໂຍທາຈຳກັດມະຫາຊົນ ໄດ້ກ່າວວ່າ: ໂຄງການດັ່ງກ່າວນີ້, ຈະເລີ່ມລົງມືສຳຫຼວດພາຍຫຼັງທີ່ປະເທດລາວ ແລະ ໄທ ເປີດດ່ານ ເຊິ່ງການສຳຫຼວດນີ້ ຄາດວ່າຈະໃຊ້ເວລາບໍ່ເກີນ 6-10 ເດືອນ, ຖ້າໂຄງການນີ້ສຳເລັດ ປະເທດລາວ ແລະ ປະເທດອ້ອມຂ້າງ ຈະສາມາດຫຼຸດຕົ້ນທຶນໃນການຂົນສົ່ງທາງດ້ານໂລຈິສຕິກ, ສາມາດແຂ່ງຂັນກັບປະເທດອື່ນໄດ້ ແລະ ບັນດາພື້ນທີ່ ທີ່ລົດໄຟຜ່ານກໍຈະໄດ້ຮັບການພັດທະນາ; ຖ້າໂຄງການນີ້ສຳເລັດ ຍັງຈະເຮັດໃຫ້ລາຍໄດ້ຂອງປະຊາຊົນເພີ່ມຂຶ້ນ, ກຳໄລຂອງທຸລະກິດພາຍໃນປະເທດກໍຈະສູງຂຶ້ນ ແລະ ລັດຖະບານກໍຈະມີລາຍຮັບທີ່ສູງຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນກໍຈະດີຂຶ້ນ ເຊິ່ງສ່ວນຫຼາຍປະເທດເຮົາສົ່ງສິນຄ້າກະສິກຳອອກໄປຕ່າງປະເທດ. ສຳລັບແຮງງານແມ່ນໝູນໃຊ້ແຮງງານລາວ ທຸກຢ່າງຕາມຄວາມສາມາດ ແລະ ຖ້າບໍ່ພຽງພໍຈຶ່ງນຳເຂົ້າຈາກຈາກປະເທດໃກ້ຄຽງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...