spot_img
Homeຂ່າວພາຍ​ໃນລາວກຽມຝຶກຊ້ອມນັກກິລາ 23 ປະເພດຮ່ວມຊີເກມຄັ້ງທີ 31 ທີ່ ຫວຽດນາມ

ລາວກຽມຝຶກຊ້ອມນັກກິລາ 23 ປະເພດຮ່ວມຊີເກມຄັ້ງທີ 31 ທີ່ ຫວຽດນາມ

Published on

ອີງຕາມການລາຍງານ ຈາກໜັງສືພິມວຽງຈັນທາມ ໃຫ້ຮູ້ວ່າ ຫົວໜ້າກົມກິລາລະດັບສູງ ກະຊວງສຶກ ສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ ໄດ້ລາຍງານໃນກອງປະຊຸມຄະນະກໍາມະການໂອແລມປິກແຫ່ງຊາດລາວ ທີ່ຈັດຂຶ້ນ ຫວ່າງບໍ່ດົນມານີ້ ຢູ່ ນະຄອນຫຼວງວຽງຈັນ ວ່າ: ສສ ຫວຽດນາມ ເຈົ້າພາບຈັດງານມະຫະກຳກິລາຊີເກມຄັ້ງທີ 31 ໃນລະຫວ່າງ ວັນທີ 21 ພະຈິກ ຫາ 2 ທັນວາ 2021 ແມ່ນໄດ້ກໍານົດ 36 ປະເພດກີລາ ເຂົ້າໃນການແຂ່ງຂັນຄັ້ງນີ້.

ສະເພາະ ສປປ ລາວ ກຽມຝຶກຊ້ອມນັກກິລາ ແລະ ຈະສົ່ງພຽງແຕ່ 23 ປະເພດກິລາເທົ່ານັ້ນ ເຂົ້າຮ່ວມຊີເກມຄັ້ງທີ 31, ຊຶ່ງປະກອບມີ ເປຕັງ, ມວຍລາວ, ໂວວິມານ, ກິລາແລ່ນ-ລານ, ລອຍນໍ້າ, ຍິງທະນູ, ດອກປີກໄກ່, ບິນລຽດ-ສະນຸກເກີ, ມວຍສາກົນ, ລົດຖີບ, ເຕະບານ, ກັອບ, ຢູໂດ, ຄາຣາເຕໂດ, ປັນຈັກສີລັດ, ກະຕໍ້, ເທຄວັນໂດ, ເທັນນິດ, ຍົກນໍ້າໜັກ, ມວຍປໍ້າ, ວູຊູ, ຄິກບ໊ອກຊິງ ແລະ ອີ-ສະປອດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...