spot_img
Homeຂ່າວທ້ອງຖິ່ນລາຍຮັບຂອງບໍລິສັດການບິນລາວໃນປີ 2020 ຫຼຸດລົງ 70%

ລາຍຮັບຂອງບໍລິສັດການບິນລາວໃນປີ 2020 ຫຼຸດລົງ 70%

Published on

ລາຍຮັບຂອງບໍລິສັດການບິນລາວໃນປີ 2020 ຫຼຸດລົງ 70% ຖ້າທຽບກັບ ປີ 2019, ນອກຈາກນີ້ ການຂາຍຂອງຕົວແທນກໍ່ຫຼຸດລົງແບບຫນ້າຕົກໃຈເຊັ່ນກັນ ຈາກ 31 ລ້ານໂດລາ ໃນປີ 2019 ເຫຼືອພຽງ 13ລ້ານໂດລາ ໃນປີ 2020 ເຊິ່ງຂໍ້ມູນດັ່ງກ່າວນີ້ແມ່ນໄດ້ຖືກລາຍງານໂດຍລັດວິສາຫະກິດການບິນລາວ ໃນກອງປະຊຸມລະຫວ່າງການບິນລາວ ແລະ ຕົວແທນ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ.

ໜັງສືພິມວຽງຈັນທາມ ລາຍງານວ່າ ທ່ານ ຄຳຫຼ້າ ພົມມະວັນ ຜູ້ອຳນວຍການ ລັດວິສາຫະກິດການບິນລາວກ່າວວ່າ: ການລະບາດຂອງພະຍາດໂຄວິດ- 19 ໄດ້ສົ່ງຜົນກະທົບຕໍ່ສາຍການບິນທົ່ວໂລກ ບໍ່ແມ່ນສະເພາະແຕ່ສາຍການບິນຂອງລາວ ລວມທັງບັນດາຫົວໜ່ວຍທຸລະກິດ ທີ່ຕິດພັນກັບການທ່ອງທ່ຽວ ເຊັ່ນ: ຮ້ານອາຫານ ແລະ ໂຮງແຮມ.

ໃນປີ 2020 ຜ່ານມາການບິນລາວມີຜູ້ໂດຍສານທັງໝົດເກືອບ 380.000 ຄົນ ໃນ 6.645 ຖ້ຽວບິນ ເຊິ່ງກວມພຽງແຕ່ 30% ຂອງປີ 2019. ທັງນີ້ ສາຍການບິນເອງກໍ່ໄດ້ມີການປັບຕົວ ໃຫ້ເຂົ້າກັບສະ ພາບການປັດຈຸບັນ ໂດຍເນັ້ນໃສ່ສາຍການບິນພາຍໃນ ເຊັ່ນ ຈັດໂປຼໂມຊັ່ນ ປີ້ຍົນລາຄາພິເສດ ໃນແຕ່ລະຖ້ຽວ ແລະອື່ນໆ ເພື່ອກະຕຸ້ນຜູ້ໂດຍສານພາຍໃນປະເທດ ໃຫ້ມີການເດີນທາງ ແລະ ທ່ອງທ່ຽວຫຼາຍຂຶ້ນ.

ປະຈຸບັນ ເສັ້ນທາງສາກົນຂອງການບິນລາວ ມີພຽງເສັ້ນທາງວຽງຈັນ-ຄຸນໝິງ ສອງຖ້ຽວຕໍ່ອາທິດ ທີ່ຍັງເປີດໃຫ້ບໍລິການ ສ່ວນເສັ້ນທາງອື່ນໆ ແມ່ນຍັງລໍຖ້າການອະນຸມັດຈາກພາກສ່ວນກ່ຽວຂ້ອງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...