spot_img
Homeຂ່າວພາຍ​ໃນລາຄາສິນຄ້າ ຕາມທ້ອງຕະຫຼາດນະຄອນຫຼວງວຽງຈັນ ຍັງເປັນປົກກະຕິດີ

ລາຄາສິນຄ້າ ຕາມທ້ອງຕະຫຼາດນະຄອນຫຼວງວຽງຈັນ ຍັງເປັນປົກກະຕິດີ

Published on

ຈາກການລົງຕິດຕາມສະພາບລາຄາສິນຄ້າ ຢູ່ຕະຫຼາດຫຼາຍແຫ່ງເຊັ່ນ: ຕະຫຼາດສະພານທອງໂພນສະຫວ່າງ, ຂົວດິນ , ຫົວຂົວ ແລະ ແຫ່ງອື່ນໆຂອງນັກຂອງພວກ ເຮົາໃນວັນທີ 1 ພະຈິກຜ່ານມານີ້ ເຫັນວ່າ ລາຄາສິນຄ້າປະເພດພືດຜັກຕ່າງໆ ຢູ່ໃນເກນປົກກະຕິດີຄື: ໜອມບົ່ວ-ຫອມປ້ອມ ລາຄາຂາຍຍ່ອຍ 3 ມັດຕໍ່ 5 ພັນກີບ (18-30 ພັນ/ກິໂລ), ຂະນະທີໝາກເຜັດ, ໝາກນາວ, ໝາກເລັ່ນ, ຫອມລາບ, ໝາກຖົ່ວ, ຜັກບົ້ງ, ຂີງ, ຂ່າ ມີລາຄາຫຼຸດລົງເລັກນ້ອຍ 1-2 ພັນກີບ, ສຳລັບການຂຶ້ນລົງຂອງລາຄາພືດຜັກນັ້ນຖືວ່າເປັນໄປຕາມກົນໄກຕະຫຼາດ ແລະ ລະດູການຜະລິດຂອງມັນ, ເຊັ່ນດຽວກັບລາຄາສິນຄ້າປະເພດຊີ້ນ-ປາ ກໍຢູ່ໃນເກນປົກກະຕິເຊັ່ນດຽວກັນຄື: ຊີ້ນງົວ 70 75 ພັນກີບ/ກິໂລ, ຊີ້ນໝູ 30-40 ພັນກີບ/ກິໂລ, ເປັດ, ໄກ່ 35-45 ພັນກີບ/ກິໂລ, ປານິນກະຊັງ – ປາດຸກພັນມີລາຄາ 15-18 ພັນກີບ/ກິໂລ, ປາດຸກນາ , ອ່ຽນ, ກົບທຳມະຊາດ 5070 ພັນກີບ/ກິໂລ, ເຖິງຢ່າງໃດກໍຕາມຄາດວ່າ ໃນຕໍ່ໜ້ານີ້ລາຄາສິນຄ້າອາດຈະມີການເໜັງຕີງແພງຂຶ້ນ, ຖ້າຫາກພາກສ່ວນກ່ຽວຂ້ອງ ບໍ່ມີການຄຸ້ມຄອງກວດກາທີ່ດີ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...