spot_img
Homeຂ່າວຕ່າງປະເທດລັດເຊຍຕອກກັບອາເມລິກາ ບອກພົບເຮືອບິນຮົບຢູເຄຣນໃກ້ MH17 ກ່ອນຕົກ

ລັດເຊຍຕອກກັບອາເມລິກາ ບອກພົບເຮືອບິນຮົບຢູເຄຣນໃກ້ MH17 ກ່ອນຕົກ

Published on

Putin-Ends-NATO-Missile-Shield-Cooperation-Warns-Prepare-For-War

ເມື່ອວັນທີ 22 ກໍລະກົດ 2014 ເວັບໄຊເດິກາດຽນ ລາຍງານວ່າ ລັດເຊຍອອກມາຕອກກັບສະຫະລັດຯ ຫຼັງຈາກຖືກກ່າວຫາວ່າເປັນຜູ້ສະໜັບສະໜຸນອາວຸດຍຸດໂທປະກອນແກ່ກຸ່ມຜູ້ມັກລັດເຊຍໃນຢູເຄຣນທີ່ຍິງເຮືອບິນ MH17 ມາເລເຊຍແອລາຍຕົກໃນເຂດຊາຍແດນລະຫ່າງຢູເຄຣນແລະລັດເຊຍ. ລັດເຊຍກ່າວວ່າຝ່າຍຕົນບໍ່ມີສ່ວນກ່ຽວຂ້ອງກັບບັນຫາຍົນຕົກ ພ້ອມກັບອ້າງຫຼັກຖານວ່າ ພົບເຮືອບິນຕິດຂີປະນາວຸດຂອງຢູເຄຣນບິນຢູ່ໃກ້ໆກັບ MH17 ກ່ອນຍົນຈະຖືກຍິງ.

ພົນໂທອັນເດຣ ຄາໂຕໂຟລອບ ຕົວແທນຈາກຊະຊວງປ້ອງກັນປະເທດລັດເຊຍ ລະບຸວ່າ ໃນຂະນະທີ່ອາເມລິການກ່າວໂທດໃສ່ລັດເຊຍວ່າຢູ່ເບື້ອງຫຼັງເຫດການເຮືອບິນ MH17 ມາເລເຊຍແອລາຍ, ລັດເຊຍຂໍຢືນຢັນວ່າບໍ່ໄດ້ສົ່ງລະບົບຂີປະນາວຸດ SA-11 BUK ຫຼືອາວຸດໃດໆ ໃຫ້ກັບກຸ່ມກະບົດແບ່ງແຍກດິນແດນໃນຢູເຄຣນຢ່າງທີ່ອາເມລິກາກ່າວຫາ ແລະລັດເຊຍເອງກໍມີຫຼັກຖານການບິນທີ່ສະແດງໃຫ້ເຫັນວ່າ ກ່ອນເກີດເຫດເຮືອບບິນ ໂບອີ້ງ 777 ທ່ຽວບິນ MH17 ຂອງສາຍການບິນມາເລເຊຍ ແອລາຍ ບິນອອກນອກເສັ້ນທາງໄປທາງເໜືອປະມານບໍ່ເກີນ 14 ກິໂລແມັດ ແລະຂະນະນັ້ນ ມີເຮືອບິນຂັບໄລ່ SU-25 ຂອງຢູເຄຣນ ເຊິ່ງເປັນເຮືອບິນຮົບຕິດຂີປະນາວຸດໂຈມຕີທາງອາກາດ ບິນຢູ່ໃກ້ໆ ກັບ MH17 ໃນໄລຍະຫ່າງປະມານ 3-5 ກິໂລແມັດ ແຖມຍັງບິນໃນລະດັບດຽວກັນນຳອີກ. ຄຳຖາມກໍຄື ມີເຫດຜົນອັນໃດທີ່ເຮືອບິນຮົບຕ້ອງໄປບິນເສັ້ນທາງນັ້ນໃນເວລາດຽວກັນແລະລະດັບຄວາມສູງດຽວກັນກັບເຮືອບິນໂດຍສານ.

ແນວໃດກໍດີ ຫຼັງຈາກຂ່າວດັ່ງກ່າວໄດ້ຖືກເຜີຍແຜ່ອອກໄປ ທາງການຢູເຄຣນກໍໄດ້ອອກມາປະຕິເສດຄຳກ່າວຫາດັ່ງກ່າວຂອງລັດເຊຍ ພ້ອມທັງຢືນຢັນວ່າເລື່ອງນີ້ບໍ່ເປັນຄວາມຈິງແຕ່ຢ່າງໃດ ເຮືອບິນຮົບທຸກລຳຕ່າງກໍປະຈຳການຢູ່ເທິງພາກພື້ນດິນໃນໄລຍະນັ້ນ.

ສ່ວນທາງດ້ານປະທານາທິບໍດີ ວະລາດິເມຍ ປູຕີນ ຂອງລັດເຊຍ ກໍຍັງຄົງກ່າວວ່າ ຢູເຄຣນຕ້ອງຮັບຜິດຊອບຕໍ່ເລື່ອງນີ້ ແລະບໍ່ຄວນມີໃຜໃຊ້ໂສກນາຕະກຳນີ້ເພື່ອບັນລຸຜົນປະໂຫຍດທາງການເມືອງຂອງຕົນເອງ.

ຂະນະດຽວກັນ ດ້ານສື່ມວນຊົນຂອງລັດເຊຍກໍໄດ້ອອກຂ່າວວ່າ ໜ່ວຍສືບລັບຂອງສະຫະລັດ (CIA) ເປັນຜູ້ຢູ່ເບື້ອງຫຼັງໂສກນາຕະກຳທີ່ຂ້າຊີວິດຜູ້ບໍລິສຸດກວ່າ 298 ຄົນ ໃນຄັ້ງນີ້.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...