spot_img
Homeຂ່າວທ້ອງຖິ່ນລັດອະນຸຍາດໃຫ້ບໍລິການຂົນສົ່ງພາຍໃນ 14 ວັນ! ຜູ້ປະກອບການຕ້ອງປະຕິບັດມາດຕະການໂຄວິດເຄັ່ງຄັດ

ລັດອະນຸຍາດໃຫ້ບໍລິການຂົນສົ່ງພາຍໃນ 14 ວັນ! ຜູ້ປະກອບການຕ້ອງປະຕິບັດມາດຕະການໂຄວິດເຄັ່ງຄັດ

Published on

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອອກຄໍາສັ່ງແນະນໍາໃນວັນທີ 3 ພຶດສະພາ 2020 ກ່ຽວກັບການອະນຸຍາດໃຫ້ດໍາເນີນການບໍລິການຂົນສົ່ງດັ່ງກ່າວນັບແຕ່ວັນທີ 4 ຫາວັນທີ 17 ພຶດສະພາ 2020.

ໄລຍະການຈັດຕັ້ງປະຕິບັດມາດຕະການຜ່ອນຜັນຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ, ລົງວັນທີ 29 ມີນາ 2020, ລັດຖະບານ ພຽງແຕ່ອະນຸຍາດໃຫ້ດໍາເນີນການບໍລິການຂົນສົ່ງໂດຍສານຢູ່ພາຍໃນນະຄອນຫຼວງວຽງຈັນ ແລະ ຢູ່ພາຍໃນບັນດາແຂວງຂອງຕົນເທົ່ານັ້ນ, ເຊິ່ງລົດໂດຍສານທີ່ອະນຸຍາດປະກອບມີ ລົດເມ, ລົດຕູ້, ລົດຮັບສົ່ງພະນັກງານ, ລົດຮັບສົ່ງກໍາມະກອນ, ລົດແທັກຊີ, ລົດສອງແຖວ, ລົດຕຸກຕຸກ ແລະ ລົດຈໍາໂບ້.

ຜູ້ປະກອບການຕ້ອງໄດ້ປະຕິບັດມາດຕະການດັ່ງນີ້: ຢູ່ສະຖານີລົດຂົນສົ່ງຜູ້ໂດຍສານ ແລະ ບ່ອນລໍຖ້າລົດເມຕ້ອງຈັດບ່ອນນັ່ງ ຫຼື ບ່ອນຢືນ ໂດຍໃຫ້ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດຂຶ້ນໄປ, ມີການວັດແທກອຸນຫະພູມ, ເຈວລ້າງມື້ ຫຼື ເຫຼົ້າສໍາລັບຂ້າເຊື້ອ, ຕ້ອງມີສະບູ ແລະ ຜ້າເຊັດມື ຢູ່ໃນຫ້ອງນໍ້າ, ຕ້ອງມີການອະນາໄມຂ້າເຊື້ອ ກ່ອນໃຫ້ບໍລິການໃນແຕ່ລະວັນຢູ່ໃນສະຖານີ ແລະ ອື່ນໆ.

ຜູ້ຂັບລົດ, ຜູ້ຊ່ວຍ (ແອດລົດ) ແລະ ຜູ້ໂດຍສານ ຕ້ອງໄດ້ວັດແທກອຸນຫະພູມກ່ອນຈະຂຶ້ນລົດ, ຖ້າພົບວ່າມີອຸນຫະພຸມສູງກວ່າ 37,5 ອົງສາຂຶ້ນໄປແມ່ນຫ້າມເດັດຂາດບໍ່ໃຫ້ຂຶ້ນລົດ ແລະ ໃຫ້ໂທປຶກສາດ່ວນ ເບີ 165 ຫຼື 166.

ນອກນັ້ນ, ກະຊວງໂຍທາທິການ ແລະ ຂົນສົ່ງຍັງ ໄດ້ແຈ້ງການແນະນໍາເຖິງເຈົ້າຂອງພາຫະນະລົດໂດຍສານຕ້ອງມີການອະນາໄມຂ້າເຊື້ອຢູ່ທຸກຈຸດ ຫຼື ທົ່ວຄັນລົດກ່ອນໃຫ້ບໍລິການປະຈໍາວັນ, ຕ້ອງມີເຈວລ້າງມື ຫຼື ເຫຼົ້າຂ້າເຊື້ອປະຈໍາລົດ,  ຕ້ອງເປີດປະຕູ ຫຼື ເອົາແວ່ນຢູ່ທາງຂ້າງລົງ ເພື່ອລະບາຍອາກາດໃນເວລາຈອດລົດ ຖ້າບໍ່ປະຕິບັດຕາມຄໍາແນະນໍາທີ່ທາງຄະນະສະເພາະກິດວາງອອກ ແມ່ນຈະບໍ່ອະນຸຍາດໃຫ້ ດໍາເນີນການບໍລິການຂົນສົ່ງໂດຍສານ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ກະຊວງໂຍທາທິການ ແລະ ຂົນສົ່ງ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...