spot_img
Homeຂ່າວພາຍ​ໃນລັດສັ່ງຮື້ປ້າຍໂຄສະນາທີ່ຂຽນພາສາລາວບໍ່ຖືກຕ້ອງ

ລັດສັ່ງຮື້ປ້າຍໂຄສະນາທີ່ຂຽນພາສາລາວບໍ່ຖືກຕ້ອງ

Published on

ລັດສັ່ງຮື້ປ້າຍໂຄສະນາສິນຄ້າທີ່ຂຽນບໍ່ຖືກພາສາລາວຢູ່ແຍກກອງລະຄອນລຳແຫ່ງຊາດບ້ານອະນຸ ເມືອງຈັນທະບູລີ ສະນັ້ນ ຂໍຝາກເຖິງທ່ານໃດຈະຂຶ້ນປ້າຍທຸລະກິດ ແລະ ສິ່ງໂຄສະນາຕ່າງຕອ້ງໄປຜ່ານກະຊວງກ່ຽວຂ້ອງໃຫ້ຖືກຕອ້ງຕາມລະບຽບຫລັກການຄັກແນ່ ແລະ ກໍ່ຂໍໃຫ້ຢຸດເຊົານັບແຕ່ດຽວນີ້ເປັນຕົ້ນໄປວ່າໃຫ້ເຮັດຕາມໃຈຕົນເອງ ຫລື ລັດຂັ້ນຕອນດ້ວຍການເອົາເງິນຢັດໄປໃສ່ມືຜູ້ນັ້ນຜູ້ນີ້ເພື່ອຈຸດປະສົງເບີກທາງໃຫ້ມີຄວາມສະດວກສະບາຍວອ່ງໄວທັນໃຈ.

ພາສາສະແດງໃຫ້ເຫັນເຖິງຮາກເຫງົ້າຂອງບັນພະບູລຸດ ແລະ ຄວາມເປັນຊາດຢ່າງແທ້ຈິງ ແຕ່ພາສາກໍ່ໄດ້ຮັບການພັດທະນາຕາມການເວລາຂອງມັນເພື່ອຄວາມຍືນຍົງຄົງຢູ່ພາຍໃນໂຕຂອງມັນເອງໃນແຕ່ລະໄລຍະດ້ວຍວິທີປະສົມປະສານ ແລະ ມີລັກສະນະປະດິດສ້າງຈາກສິ່ງແວດລ້ອມພາຍໃນ ແລະ ພາຍນອກບໍ່ມີປະເທດໃດໃນໂລກປັດຕິເສດໄດ້ ແຕ່ບົນພື້ນຖານຄວາມຖືກຕອ້ງ ຈະແຈ້ງ ເຂົ້າໃຈ ອຸດົມສົມບູນ ມີລັກສະນະກ້າວຫນ້າ ແລະ ຄວາມເປັນຊາດ.

ພາບ: ຄໍາຕັນ
ແຫຼ່ງຂ່າວ: ສໍານັກຂ່າວສານປະເທດລາວ.

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...