spot_img
Homeຂ່າວພາຍ​ໃນລັດຖະບານ ສັນຍາຈະເລັ່ງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດຂອງປະເທດ

ລັດຖະບານ ສັນຍາຈະເລັ່ງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດຂອງປະເທດ

Published on

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຢືນຢັນໃນກອງປະຊຸມສະພາແຫ່ງຊາດໃນວັນທີ 31 ຕຸລານີ້ວ່າ : ລັດຖະບານຈະພະຍາ ຍາມຢ່າງສຸດຄວາມສາມາດໃນການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງປະເທດທີ່ຊໍາເຮື້ອມາຫລາຍປີໃຫ້ຄ່ອຍໆດີຂຶ້ນເພື່ອເພີ່ມທະວີຄວາມເຊື່ອໝັ້ນມາສູ່ປະຊາຊົນບັນດາເຜົ່າ, ນັກລົງທຶນ ກໍຄືຜູ້ປະກອບການໄດ້ເຄື່ອນໄຫວກ້າວໄປຂ້າງໜ້າຢ່າງໜັກແໜ້ນເຂັ້ມແຂງ.
ທ່ານນາຍົກລັດຖະມົນຕີ ກ່າວວ່າ: ພາຍໃຕ້ການນໍາພາ ແລະ ປະຕິບັດແນວທາງນະໂຍບາຍຂອງພັກ, ລັດຖະບານຍາມໃດກໍຖືບັນຫາເສດຖະກິດເປັນສໍາຄັນ ແລະ ໃນໄລຍະຜ່ານມາ, ເຖິງວ່າ ສະພາບການພັດທະນາເສດຖະກິດຂອງປະເທດເຮົາຈະມີການເຕີບໃຫຍ່ຂະຫຍາຍໂຕດີກໍຕາມ, ແຕ່ໃນຕົວຈິງແລ້ວເຫັນວ່າມີຄວາມຫຍຸ້ງຍາກຫລາຍດ້ານ ຍ້ອນວ່າພື້ນຖານການຜະລິດຢູ່ປະເທດເຮົາຍັງບໍ່ທັນໜັກແໜ້ນເຂັ້ມແຂງດີ, ການໃຊ້ງົບປະມານເກີນລາຍຮັບແລະ ມີການຂາດດຸນຕະຫລອດມາ, ຖານລາຍຮັບສໍາຄັນສ່ວນໃຫຍ່ແມ່ນມາຈາກຊັບພະຍາກອນທໍາມະຊາດ, ຊຶ່ງເຫັນວ່າມີຄວາມອ່ອນໄຫວຕໍ່ຕະຫລາດສົ່ງອອກ, ການຈັດສັນ ແລະ ຄຸ້ມຄອງນໍາໃຊ້ຊັບພະຍາກອນເພື່ອການພັດທະນາຍັງບໍ່ທັນມີປະສິດທິຜົນສູງ, ຍັງເຮັດແບບຟ້າວຝັ່ງ, ຂາດການຄົ້ນຄວ້າວິໃຈເລິກເຊິ່ງ, ຂາດການວາງແຜນທີ່ດີ, ຂາດການຕິດຕາມກວດກາ, ມີການລະເມີດລະບຽບກົດໝາຍ ແລະ ວິໄນການເງິນຢ່າງຫລວງຫລາຍ, ເຮັດໃຫ້ມີການຮົ່ວໄຫລຂອງງົບປະມານເປັນຈໍານວນບໍ່ໜ້ອຍ, ລວມເຖິງພະນັກງານຈໍານວນໜຶ່ງຍັງຂາດຄວາມຮັບພິຊອບ, ບໍ່ມີຄວາມໂປ່ງໃສ ແລະ ອື່ນໆ. ຈາກສະພາບຄວາມຫຍຸ້ງຍາກສັບສົນດັ່ງກ່າວ, ພາຍຫລັງລັດຖະບານຊຸດໃໝ່ໄດ້ເຂົ້າມາບໍລິຫານປະເທດຈຶ່ງໄດ້ສຸມໃສ່ແກ້ໄຂບັນຫາເສດຖະກິດເປັນອັນດັບອໍາອິດ ເພື່ອສ້າງສະຖຽນລະພາບທາງດ້ານເສດຖະກິດດ້ວຍການສ້າງບັນຍາກາດການພັດທະ ນາໃຫ້ກ້າວສູ່ສະພາບປົກກະຕິກໍຄືສ້າງຄວາມເຊື້ອໝັ້ນໃຫ້ປະຊາຊົນບັນດາເຜົ່າ, ນັກທຸລະກິດ ແລະ ຜູ້ປະກອບການໃຫ້ສາມາດເຄື່ອນໄຫວປົກກະຕິ.

ລັດຖະບານໄດ້ຕັ້ງໜ່ວຍງານແກ້ໄຂສະພາບຄ່ອງໃນໄລຍະສັ້ນ ແລະ ກາງ, ລົງເລິກປັບປຸງກົນໄກ ແລະ ເລັ່ງເກັບລາຍຮັບເຂົ້າງົບປະມານໃນງວດສຸດທ້າຍຂອງປີ 2015-2016 ແລະ ມີມາດຕະການກະຕຸ້ນ 3 ເດືອນຂ້າມຜ່ານໃຫ້ເປັນໄປຕາມຕົວເລກດັດແກ້ຂອງສະພາແຫ່ງຊາດ. ພ້ອມກັນນັ້ນກໍໄດ້ຕັ້ງຄະນະເສດຖະກິດຄົ້ນຄວ້າວິໃຈຄືນສະພາບເສດຖະກິດເພື່ອສະເໜີລັດຖະບານໃຊ້ມາດຕະການທີ່ຈໍາເປັນ, ຖືກຕ້ອງສອດຄ່ອງ ເພື່ອນໍາເອົາເສດຖະກິດຂອງປະເທດຄ່ອຍໆຟື້ນສູ່ສະພາບປົກກະຕິ ແລະ ໝັ້ນທ່ຽງໃນໄລຍະຂ້າມຜ່ານ ແລະ ໃນສົກປີ 2017 ນີ້, ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວບໍ່ໃຫ້ຫລຸດ 7% ແມ່ນຈະໄດ້ເພີ່ມທະວີຄວາມເຂັ້ມງວດໃນການຕິດຕາມກວດກາການເຄື່ອນໄຫວວຽກງານຂອງບັນດາຂະແໜງການຕ່າງໆ, ໂດຍສະເພາະພາສີ, ອາກອນ, ແກ້ໄຂການຄ້າງຊໍາລະໜີ້ ແລະ ພັນທະບັດ, ປະຕິຮູບທະນາຄານທຸລະກິດລັດທີ່ຂາດທຶນ, ປັບປຸງກົນໄກຈັດຕັ້ງປະຕິບັດແຜນງົບປະມານ, ແຜນລາຍຈ່າຍໃຫ້ມີປະສິດທິຜົນ, ຕ້ານການຟູມເຟືອຍໃຫ້ປະກົດຜົນເປັນຈິງ, ອັດຊ່ອງຫວ່າງຮົ່ວໄຫລຂອງງົບປະມານທຸກຮູບແບບ, ສຸມໃສ່ແກ້ໄຂຄວາມຍາກຂອງປະຊາຊົນຫລຸດລົງເທື່ອລະກ້າວ, ແກ້ໄຂຂັ້ນຕອນ ແລະ ຂອດຂັ້ນຕ່າງໆທີ່ບໍ່ສະດວກກົດໜ່ວງທ່ວງດຶງ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາເນີນທຸລະກິດໃຫ້ໝົດໄປເທື່ອລະກ້າວ.

ຂ່າວ: Support Prime Minister Thongloun Sisoulith

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...