spot_img
Homeຂ່າວຕ່າງປະເທດລັດຖະບານສັ່ງໃຫ້ຍິງ ໃສ່ຄົນທີ່ປຸ້ນສະດົມຊັບສິນສາທາລະນະ

ລັດຖະບານສັ່ງໃຫ້ຍິງ ໃສ່ຄົນທີ່ປຸ້ນສະດົມຊັບສິນສາທາລະນະ

Published on

ກອງກຳລັງຮັກສາຄວາມສະຫງົບຂອງສີລັງກາ ໄດ້ສັ່ງຍິງໃສ່ພວກຝ່າຝືນກົດໝາຍ ເພື່ອສະກັດກັ້ນການປະທ້ວງຕໍ່ຕ້ານລັດດຖະບານ.

ກຸ່ມປະທ້ວງຮຽກຮ້ອງໃຫ້ ປະທານາທິບໍດີ ດີໂກຕາບາຢາ ລາດສປັກຊາ (Gotabaya Rajapaksa) ອອກຈາກຕຳແໜ່ງຍ້ອນວິກິດການເສດຖະກິດທີ່ຮ້າຍແຮງທີ່ສຸດໃນປະຫວັດສາດ.

ໃນວັນຈັນນັ້ນ, ມະຮິນດາ ລາດສປັກຊາ (Mahinda Rajapaksa) ໄດ້ລາອອກຈາກຕຳແໜ່ງນາຍົກລັດຖະມົນຕີ  ແຕ່ການລາອອກນີ້ ບໍ່ໄດ້ຊ່ວຍໃຫ້ເກີດຄວາມສະຫງົບຂຶ້ນ ແລະ ຄວາມຮຸນແຮງກໍຍັງເກີດຂຶ້ນ.

ໃນວັນອັງຄານ, ລັດຖະບານສັ່ງໃຫ້ຍິງໃສ່ຄົນທີ່ປຸ້ນສະດົມຊັບສິນສາທາລະນະ.

ຕຳຫຼວດໄດ້ລາຍງານວ່າ ມີຜູ້ເສຍຊີວິດ 8 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບຫຼາຍກວ່າ 200 ຄົນ, ບາງຄົນໄດ້ຮັບບາດເຈັບຈາກກຸ່ມປະທ້ວງທີ່ສະໜັບສະໜູນລັດຖະບານ ບາງຄົນໄດ້ຮັບບາກເຈັບຍ້ອນຕຳຫຼວດຍິງແກັສນ້ຳຕາໃສ່ຝູງຊົນ.

ເຊິ່ງໃນໂຄລຳໂບນັ້ນ ເຕັມໄປດ້ວຍຄວາມວຸ່ນວາຍ ມີລົດເມຖືກຖິ້ມລົງໃນທະເລສາບ, ຖືກທຸບໃຫ້ພັງ ແລະ ເຜົາໄໝ້.

ແຫຼ່ງຂ່າວຈາກ ບີບີຊີ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...