ລັດຖະບານປະກາດເຕືອນ ໃຫ້ເຝົ້າລະວັງນໍໍ້າຖ້ວມ ແລະດິນເຈື່ອນ ໃນໄລຍະ 18-20 ສິງຫານີ້

ໃນຕອນເຊົ້າມື້ນີ້, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງເຕືອນພາຍຸໝຸນເຂດຮ້ອນ ດຽນມູ (Dianmu) ຫົວທີ 8 ປະຈຳປີ 2016 ໄດ້ກໍ່ຕົວຢູ່ໃກ້ແຄມຝັ່ງທາງພາກໃຕ້ຂອງ ສປ ຈີນ ໃນເວລາ 10 ໂມງ ເຊົ້າຂອງວັນທີ 18 ສິງຫານີ້ ໄດ້ມີຈຸດສູນກາງຢູ່ເສັ້ນຂະໜານ 21.2 ອົງສາເໜືອ ແລະ ເສັ້ນແວງທີ 110.9 ອົງສາຕາເວັນອອກ ພວມເຄື່ອນມາທາງດ້ານຕາເວັນຕົກຢ່າງຊ້າໆ, ຄາດຄະເນພາຍຸຫົວນີ້ ຈະເຄື່ອນທີ່ຜ່ານພາກເໜືອຂອງ ສສ. ຫວຽດນາມ ໃນຕອນເຊົ້າຂອງວັນທີ 19 ສິງຫາ ຈາກນັ້ນກໍ່ອ່ອນກຳລັງລົງເປັນພາຍຸດີເປຼ່ຊັນ ຜ່ານພາກເໜືອເຂດແຂວງຫົວພັນ ແລະ ຜົ້ງສາລີ ຂອງ ສປປ ລາວ ໃນໄລຍະຄືນວັນທີ 19 ແລະ 20 ສິງຫານີ້.
ຕະຫຼອດໄລຍະການເຄື່ອນທີ່ຂອງພາຍຸດັ່ງກ່າວ ຈະເອື້ອອຳນວຍໃຫ້ລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກໃຕ້ດ້ວຍກຳລັງແຮງ, ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາຕົກໜັກ ພ້ອມມີລົມພັດແຮງຢູ່ບັນດາແຂວງພາກເໜືອ ລົງຫາພາກກາງ ໃນໄລຍະວັນທີ 18 ຫາ 20 ສິງຫາ 2016 ນີ້ ແລະ ຍັງຈະເຮັດໃຫ້ລະດັບນ້ຳຂອງຂຶ້ນສູງຕື່ມອີກ ແລະ ລະດັບນ້ຳສາຂາຂຶ້ນສູງກາຍເຂດລະວັງໄພ ຫຼື ເຂດອັນຕະລາຍຢູ່ບາງທ້ອງຖິ່ນ. ສະນັ້ນ, ຈຶ່ງແຈ້ງມາຍັງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອແຈ້ງເຕືອນໃຫ້ພໍ່ແມ່ປະຊາຊົນ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຢູ່ພາຍໃນແຂວງຂອງຕົນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບຝົນຕົກໜັກ, ນ້ຳຖ້ວມໄຫຼຊຸແຮງ, ນ້ຳຍື່ງ ແລະ ດິນເຈື່ອນ ໂດຍສະເພາະປະຊາຊົນທີ່ອາໄສຢູ່ແຄມແມ່ນ້ຳໃຫ້ລະວັງນ້ຳປ່າໄຫຼຊຸແຮງ ແລະ ເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າພ້ອມທັງສັດລ້ຽງໄວ້ບ່ອນທີ່ປອດໄພ, ສຳລັບຜູ້ທີ່ເດີນທາງດ້ວຍລົດຂໍໃຫ້ລະມັດລະວັງຕໍ່ສະພາບທາງມື່ນ ແລະ ດິນເຈື່ອນຕື່ມອີກ. ພ້ອມນີ້ ກໍ່ຂໍໃຫ້ຕິດຕາມການລາຍງານສະພາບອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ.
ໃນກໍລະນີເກີດໄພພິບັດ (ນ້ຳຖ້ວມ, ເສັ້ນທາງເປ່ເພ…) ໃຫ້ບັນດາກະຊວງທີ່ກ່ຽວຂ້ອງ ຮີບຮ້ອນສົມທົບກັບອຳນາດການປົກຄອງທ້ອງຖິ່ນ ເພື່ອໃຫ້ການຊ່ວຍເຫຼືອ ແລະ ບັນເທົາທຸກໃຫ້ແກ່ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດການດັ່ງກ່າວໃຫ້ທັນການ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ປະຕິບັດຕາມຈິດໃຈຊີ້ນຳນີ້ດ້ວຍ

xxx xx

ຂ່າວ: ຫ້ອງການສຳນັກງານນາຍົກ
ຮູບ: ເສດຖະກິດ-ການຄ້າ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!