spot_img
Homeຂ່າວຕ່າງປະເທດລັດຖະບານດານມາກ ຈະເປີດທົດລອງໃຊ້ກັນຊາ ເພື່ອປິ່ນປົວທາງການແພດ ເລີ່ມຕົ້ນປີໜ້ານີ້!

ລັດຖະບານດານມາກ ຈະເປີດທົດລອງໃຊ້ກັນຊາ ເພື່ອປິ່ນປົວທາງການແພດ ເລີ່ມຕົ້ນປີໜ້ານີ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ພະຈິກນີ້ວ່າ ລັດຖະບານດານມາກ ໄດ້ປະກາດໃນວັນອັງຄາານທີ 8 ພະຈິກຜ່ານມານີ້ ຈະເລີ່ມໂຄງການທົດລອງ ນຳໃຊ້ກັນຍາດ້ານການແພດ ເປັນໄລຍະເວລາ 4 ປີ ໂດຍມີກຳນົດເລີ່ມຕົ້ນຢ່າງເປັນທາງການ ໃນວັນທີ 1 ມັງກອນ 2018 ທີ່ຈະມາເຖິງນີ້ ເພື່ອຊ່່ວຍແກ້ບັນຫາໃຫ້ແກ່ຄົນເຈັບຈຳນວນໜຶ່ງ ທີ່ເລືອກການປິ່ນປົວອາການເຈັບໄຂ້ຂອງຕົນ ດ້ວຍກັນຊາທີ່ຜິດກົດໝາຍ ໃນໄລຍະຫລາຍປີທີ່ຜ່ານມາ.

ຄຳຖະແຫລງຂອງກະຊວງສາທາລະນະສຸກດານມາກ ໄດ້ລະບຸວ່າ ໂຄງການທົດລອງ ຈະນຳກັນຊາມາໃຊ້ໃນທາງການແພດ ໂດຍມີການຄວບຄຸມກວດກາຢ່າງເຂັ້ມງວດ ແລະ ຢູ່ພາຍໃຕ້ການບົ່ງມະຕິ ລວມເຖິງຄວາມຮັບຜິດຊອບຈາກແພດຢ່າງໃກ້ຊິດ, ໃນເບື້ອງຕົ້ນ ຄາດວ່າຈະມີຄົນເຈັບຊຸດທຳອິດ ປະມານ 500 ຄົນ ຈະຖືກຄັດເລືອກໃຫ້ເຂົ້າຮ່່ວມໂຄງການທົດລອງ ແລະ ຈະເພີ່ມຂຶ້ນເປັນປະມານ 1,500 ຄົນ ເມື່ອຮອດປີ 2021.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...