spot_img
Homeຂ່າວທ້ອງຖິ່ນລັດຍັງບໍ່ອະນຸມັດ! ການຫຼຸດອາກອນໄຟຟ້າ ແລະ ນໍ້າປະປາ ອາດສົ່ງຜົນກະທົບຕໍ່ລາຍຮັບ

ລັດຍັງບໍ່ອະນຸມັດ! ການຫຼຸດອາກອນໄຟຟ້າ ແລະ ນໍ້າປະປາ ອາດສົ່ງຜົນກະທົບຕໍ່ລາຍຮັບ

Published on

ນັບຕັ້ງແຕ່ມີການລະບາດຂອງພະຍາດໂຄວິດ-19, ສປປ ລາວ ກໍໄດ້ຮັບຜົນກະທົບຫຼາຍສົມຄວນ ໂດຍສະເພາະແມ່ນການສູນເສຍລາຍຮັບ ແຕ່ກັບມີລາຍຈ່າຍທີ່ຄົງທີ່ ແລະ ເພີ່ມຂຶ້ນເລື້ອຍໆ ເຊິ່ງເຮັດໃຫ້ການດໍາລົງຊີວິດຂອງປະຊາຊົນຝືດເຄືອງ.  ຕໍ່ສະພາບດັ່ງກ່າວກໍມີສຽງຮຽກຮ້ອງຈາກປະຊາຊົນໃຫ້ລັດຖະບານຊ່ວຍແກ້ໄຂເລື່ອງຄ່ານໍ້າ, ຄ່າໄຟຟ້າ.

ຕາມການລາຍງານຈາກໜັງສືພິມວຽງຈັນທາມໃຫ້ຮູ້ວ່າ ລັດຖະບານ ໄດ້ແນະນໍາພາກສ່ວນກ່ຽວຂ້ອງໃຫ້ໄປຄົ້ນຄວ້ານະໂຍບາຍດ້ານອື່ນໆແທນ ສໍາລັບການສະເໜີຂໍຫຼຸດອັດຕາອາກອນມູນຄ່າເພີ່ມໄຟຟ້າ ແລະ ນໍ້າປະປານັ້ນ ເນື່ອງຈາກຈະມີຜົນກະທົບຕໍ່ການເກັບລາຍຮັບຫຼາຍສົມຄວນ ຈຶ່ງເຫັນວ່າບໍ່ທັນຕົກລົງໄດ້ເທື່ອ.

ການແນະນໍາດັ່ງກ່າວ ແມ່ນໃນໂອກາດກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນເມສາ 2020 ໄດ້ເປີດຂຶ້ນໃນຕອນເຊົ້າ ແລະ ປິດລົງໃນຕອນແລງ ຂອງວັນທີ 23 ເມສາ 2020 ໂດຍເປັນກອງປະຊຸມທາງໄກ (Video Conference), ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ພ້ອມດ້ວຍຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ເຂົ້າຮ່ວມ.

ພ້ອມນີ້ ກອງປະຊຸມຍັງເຫັນດີໃຫ້ການປະຕິບັດນະໂຍບາຍຕໍ່ຊາວຜູ້ອອກແຮງງານທີ່ໄດ້ເຂົ້າໃນລະບົບປະກັນສັງຄົມໃຫ້ປະຕິບັດຕາມລະບຽບກົດໝາຍ, ສໍາລັບແຮງງານທີ່ຢູ່ນອກລະບົບມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ນຳໄປຄົ້ນຄວ້າລະອຽດ ແລ້ວມາລາຍງານຕໍ່ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...