spot_img
Homeຂ່າວທ້ອງຖິ່ນລັດຈະມີລາຍຮັບເຖິງ 150 ລ້ານ ໂດລາ ຈາກການຂຸດຄົ້ນຫິນແຮ່ ແລະ ຊາຍ

ລັດຈະມີລາຍຮັບເຖິງ 150 ລ້ານ ໂດລາ ຈາກການຂຸດຄົ້ນຫິນແຮ່ ແລະ ຊາຍ

Published on

ໜັງສືພິມວຽງຈັນທາມ ຄາດຄະເນໃນປີ 2020 ນີ້, ລັດຖະບານຈະມີລາຍຮັບເຂົ້າງົບປະມານແຫ່ງລັດເຖິງ 150 ລ້ານໂດລາ ຈາກການຂຸດຄົ້ນ ຫິນແຮ່ ແລະ ຊາຍ ຕາມລໍາແມ່ນໍ້າຂອງ ແລະ ແມ່ນໍ້າຕ່າງໆ.

ທ່ານ ບຸນປອນ ສີສຸລາດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ກ່າວເມື່ອບໍ່ດົນມານີ້ ທີ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ການຂຸດຄົ້ນຫິນແຮ່ ແລະ ຊາຍ ຕາມລໍາແມ່ນໍ້າຂອງ ແລະ ແມ່ນໍ້າຕ່າງໆທີ່ຂັ້ນສູນກາງ ແລະ ທ້ອງຖິ່ນ (ຂະແໜງໂຍທາທິການ ແລະ ຂົນສົ່ງ) ອະນຸຍາດ ໃນປີ 2019 ມີທັງໝົດ 402 ບໍລິສັດ ໃນນັ້ນ, ຂັ້ນສູນກາງ ອະນຸມັດ 06 ບໍລິສັດ, ຂັ້ນແຂວງ 284 ບໍລິສັດ ແລະ ຂັ້ນເມືອງ 112 ບໍລິສັດ.

ທ່ານ ບຸນປອນ ໄດ້ກ່າວຕື່ມວ່າ: ມາຮອດປັດຈຸບັນ, ຕາມການລາຍງານຂອງຂະແໜງການກ່ຽວຂ້ອງ, ການດໍາເນີນກິດຈະການ ກ່ຽວກັບແຮ່ທາດ ທີ່ໄດ້ກ່າວມາຂ້າງເທິງນັນ ໄດ້ປະກອບສ່ວນຢ່າງແຂງແຮງໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງປະເທດເຮົາ, ສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ເປັນຈໍານວນບໍ່ໜ້ອຍ, ພຽງໄລຍະ 4 ປີ, ນັບແຕ່ປີ 2016 ຫາ ປີ 2019 ສ້າງລາຍຮັບໄດ້ 3.149, 73 ຕື້ກີບ ຫຼື ເທົ່າກັບ ປະມານ 370,55 ລ້ານໂດລາສະຫະລັດ ໃນນັ້ນ, ໄດ້ຈາກອາກອນ 872,05 ຕື້ກີບ, ຄ່າຊັບພະຍາກອນ 2.060,96 ຕື້ກີບ, ຄ່າສໍາປະທານ 216,72 ຕື້ກີບ ແລະ ຄາດຄະເນໃນປີ 2020 ຈະໄດ້ ປະມານ 150 ລ້ານໂດລາສະຫະລັດ. ນອກຈາກສ້າງລາຍຮັບໄດ້ແລ້ວກໍຍັງສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກ ໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ໄດ້ດີສົມຄວນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...