spot_img
Homeຂ່າວທ້ອງຖິ່ນລັດກຳລັງຄົ້ນຄວ້າການຫຼຸດຄ່າໄຟຟ້າຕໍ່ຜູ້ຊົມໃຊ້ລະຫວ່າງ 151-460 ກິໂລວັດໂມງ

ລັດກຳລັງຄົ້ນຄວ້າການຫຼຸດຄ່າໄຟຟ້າຕໍ່ຜູ້ຊົມໃຊ້ລະຫວ່າງ 151-460 ກິໂລວັດໂມງ

Published on

ກຸ່ມຜູ້ຊົມໃຊ້ໄຟຟ້າໃນລະຫວ່າງ 151-460 ກິໂລວັດໂມງຕໍ່ເດືອນ ທີ່ໄດ້ຮັບຜົນກະທົບຈາກພະຍາດ ໂຄວິດ-19 ອາດຈະໄດ້ຫຼຸດລາຄາໄຟຟ້າລົງ ຫຼັງ​ຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການຊີ້ນໍາຜົນຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ໃນວັນທີ 9 ມິຖຸນາ 2020 ທີ່ຜ່ານມາ ໂດຍເຫັນດີໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າການຫຼຸດຄ່າໄຟຟ້າ ເພື່ອປະຕິບັດນະໂຍບາຍຕໍ່ຜູ້ຊົມໃຊ້ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະລາຄາ ໃນກຸ່ມຜູ້ຊົມໃຊ້ໄຟຟ້າໃນລະຫວ່າງ 151-460 ກິໂລວັດໂມງຕໍ່ເດືອນທີ່ໄດ້ຮັບຜົນກະທົບຈະໄດ້ຮັບການພິຈາລະນາຫຼຸດລາຄາໄຟຟ້າ.

ແຈ້ງການໄດ້ລະບຸໄວ້ຕື່ມອີກວ່າ: ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເປັນໃຈກາງສົມທົບກັບລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າປັບປຸງລາຄາໄຟຟ້າພາກທີ່ຢູ່ອາໄສທີ່ລັດຖະບານ ໄດ້ຮັບຮອງເອົາໄວ້ແລ້ວຜ່ານມາ ຕາມແຈ້ງການສະບັບເລກທີ 394/ຫສນຍ, ລົງວັນທີ 19 ມີນາ 2020 ຄືນໃໝ່ ໂດຍສະເພາະລາຄາໄຟຟ້າ ຂອງກຸ່ມຜູ້ຊົມໃຊ້ໄຟຟ້າໃນລະຫວ່າງ 151-460 ກິໂລວັດໂມງຕໍ່ເດືອນ ທີ່ໄດ້ຮັບຜົນກະທົບຈາກການປັບປຸງລາຄາໄຟຟ້າ, ແລ້ວລາຍງາຍຕໍ່ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ມິຖຸນາ 2020 ນີ້.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...