spot_img
Homeນານາສາລະລັກສະນະ ແລະສາຍພັນຂອງດອກຈຳປາໃນປະເທດລາວ

ລັກສະນະ ແລະສາຍພັນຂອງດອກຈຳປາໃນປະເທດລາວ

Published on

ດອກຈຳປາ ເປັນດອກໄມ້ ປະຈຳຊາດຂອງຊາດລາວມາຕັ້ງແຕ່ດົນນານ ແລະຄົນລາວເຮົາ ກໍມີຄວາມນິຍົມ ແລະຊື່ນຊົມເປັນພິເສດ, ດອກຈຳປາ ເປັນດອກໄມ້ທີ່ງາມໂດດເດັ່ນ ເຢັນຕາ ຈາກທຳມະຊາດ, ມີສະເໜສະເພາະຕົວ ຄືມີສີສັນຫຼາກຫຼາຍ ແລະມີກິ່ນຫອມອ່ອນ, ແຝງດ້ວຍພະລັງດຶງດູດ ຄືກັບວ່າມີວິນຍານກ້ຽວກ່ອມ ເອົາກະແສຈິດຂອງເຮົາໃຫ້ມີຄວາມສົນໃຈຜູກພັນຮັກໄຄ່, ກີບດອກຈຳປາ ຖືກຈັດວາງແບບງ່າຍດາຍ ແຕ່ມີຄວາມສະຫງ່າງາມ, ມີກິ່ນຫອມຊວນດົມ

ລັກສະນະຂອງດອກຈຳປາ: ເປັນດອກໄມ້ທີ່ແຜ່ຫຼາຍໃນເຂດລະດູຮ້ອນ, ຕົ້ນທີ່ສູງສຸດປະ 5-8 ແມັດ, ສໍາລັບຊະນິດເຕ້ຍ ມີຄວາມສູງປະມານ 2 ແມັດ, ແຕ່ລະງ່າແຕກກິ່ງອອກ, ມີຢາງເປັນສີຂາວ, ມີໃບສີຂຽວ, ສ່ວນຫຼາຍໃຍຍາວໃຫຍ່ ປາຍສ້ວຍແຫຼມ ຫຼືມົນ ຕາມແຕ່ລະສາຍພັນ

ດອກຈຳປາ: ຢູ່ຈຸ້ມກັນເປັນພົ້ວ, ພົ້ວໜຶ່ງຈະມີດອກແຕ່ 50-300 ດອກ ເຊິ່ງບານຕິດຕໍ່ກັນຫຼາຍວັນ, ຫຼາຍເດືອນ ແລະຈຳນວນດອກ ຈະຂຶ້ນກັບສາຍພັນ ແລະການບຳລຸງຮັກສາ ໃຫ້ຕົ້ນສົມບູນແຂງແຮງດີ, ດອກໜຶ່ງມີ 5 ກີບ, ມີສີທີ່ແຕກຕ່າງກັນເຊັ່ນ: ສີຂາວ, ສີບົວ, ສີແດງ, ສີເຫຼືອງ ແລະສີອື່ນໆ ຕາມແຕ່ລະສາຍພັນ ທີ່ມີລັກສະນະຂອງຕົນ

ຕົ້ນຈຳປາ ຈະຕົ້ນນ້ອຍ ຫຼືໃຫຍ່ ແມ່ນຂຶ້ນກັບໄລຍະເວລາຂອງການປູກ ແລະໃນຍາມໜາວໃບຈະຫຼົ່ນໝົດ, ຍັງແຕ່ງ່າ, ບໍ່ມີໃບ, ບໍ່ມີດອກ ຫຼືອາດມີໃບ ແລະດອກໜ້ອຍ, ຈົນກວ່າອາກາດຈະອຸ່ນຂຶ້ນ ຫຼືຮ້ອນຈຶ່ງປົ່ງໃບຂຶ້ນ ແລະອອກດອກ, ອອກໃບ ບານເຮືອງຮຸ່ງເຕັມຕົ້ນ, ງາມສົດຊື່ນຄືນໃໝ່ ເຊິ່ງວ່າຈໍາປາເປັນດອກໄມ້ ທີ່ດອກຫຼາຍທີ່ສຸດ ແລະດົນທີ່ສຸດ

ກິ່ນດອກຈຳປາ: ຈະມີຄວາມແຕກຕ່າງຈາກດອກໄມ້ ຊະນິດອື່ນໆຄື ຈະມີກິ່ນທີ່ແຕກຕ່າງກັນຕາມແຕ່ລະສາຍພັນ

# ສາຍພັນຈຳປາທີ່ພົບເຫັນໃນປະເທດລາວ

  • ສາຍພັນດອກຈຳປາຂາວ: ແມ່ນສາຍພັນແບບດັ່ງເດີມ ທີ່ຢູ່ໃນປະເທດລາວເຮົາໄດ້ຫຼາຍສັດຕະວັດມາແລ້ວ ຈົນກາຍມາເປັນສາຍພັນພື້ນເມືອງລາວ
  • ສາຍພັນດອກສີບົວ: ມີດອກເປັນພົ້ວດົກ, ມີງ່າຫຼາຍເປັນພຸ່ມ, ມີກິ່ນຫອມອ່ອນ, ບໍ່ທັນມີການສັນນິຖານວ່າ ເຂົ້າມາລາວສະໄໝໃດ
  • ສາຍພັນດອກສີແດງ: ມີລັກສະນະເປັນດອກໃຫຍ່, ປ່ຽນສີໄປຕາມລະດູການ, ຈາກສີແດງເຂົ້ມສຸດ ໃນຍາມໜາວ ຈົນເປັນແດງມ້ານ ໃຈກາງແສດໃນຍາມຮ້ອນ, ສຸດທ້າາຍເປັນສີບົວເຂັ້ມ ແລະສີຂີດເຫຼືອງອ່ອນໆ
  • ສາຍພັນສີບົວ: ເປັນພົ້ວດົກ, ດອກຫຼາຍງາມ, ກິ່ນຫອມ, ງ່າເປັນພຸ່ມງາມ, ຕາມການສັນນິຖານ ແມ່ນເຂົ້າມາລາວປະມານ 40 ປີຜ່ານມາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...