spot_img
Homeຂ່າວຕ່າງປະເທດລະເບີດແຕກ ໃຈກາງເມືອງຫລວງກຳປູເຈຍ ມີຜູ້ໄດ້ຮັບບາດເຈັບ 3 ຄົນ ຕຳຫລວດເລັ່ງຊອກຫາຜູ້ກໍ່ເຫດ!

ລະເບີດແຕກ ໃຈກາງເມືອງຫລວງກຳປູເຈຍ ມີຜູ້ໄດ້ຮັບບາດເຈັບ 3 ຄົນ ຕຳຫລວດເລັ່ງຊອກຫາຜູ້ກໍ່ເຫດ!

Published on

ສຳນັກຂ່າວຊິນຮວາຂອງຈີນ ລາຍງານໃນວັນທີ 7 ກັນຍານີ້ວ່າ ໃນຕອນຄ່ຳຂອງມື້ວານນີ້ (6 ກັນຍາ) ໄດ້ເກີດເຫດລະເບີດຂຶ້ນ ຢູ່ບໍລິເວນແຄມຖະໜົນແຫ່ງໜຶ່ງ ໃຈກາງນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ສົ່ງຜົນເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 3 ຄົນ ຊຶ່ງຜູ້ບັນຊາການຕຳຫລວດ ນະຄອນຫລວງພະນົມເປັນ ໄດ້ກ່າວວ່າ ຜູ້ໄດ້ຮັບບາດເຈັບທັງ 3 ຄົນນີ້ ເປັນຊາຍສັນຊາດອິນເດຍ 1 ຄົນ, ຊາຍຊາວຫວຽດນາມ 1 ຄົນ ແລະ ເປັນຍິງຊາວກຳປູເຈຍ 1 ຄົນ, ພ້ອມກັນນັ້ນ ຍັງມີລົດໃຫຍ່ທີ່ຈອດຢູ່ບໍລິເວນດັ່ງກ່າວ ໄດ້ຮັບຄວາມເສຍຫາຍຈາກແຮງລະເບີດອີກ 3 ຄັນ.

ຜູ້ເຫັນເຫດການໄດ້ເປີດເຜີຍວ່າ ເຫັນຜູ້ຖືກສົງໄສຂີ່ລົດຈັກເຂົົ້າມາ ແລ້ວໂຍນລະເບີດໄປຫາລົດໃຫຍ່ຍີ່ຫໍ້ເລັກຊັສຄັນໜຶ່ງ ຈາກນັ້ນກໍຂັບລົດຫລົບໜີອອກໄປ, ເຈົ້າໜ້າທີ່ຕຳຫລວດກຳປູເຈຍລະບຸວ່າ ເຫດການດັ່ງກ່າວນີ້ ເປັນການຄາດຕະກຳທີ່ບໍ່ປະສົບຜົນສຳເລັດ ຊຶ່ງຈະດຳເນີນການສືບສວນ ເພື່ອຊອກຫາຜູ້ກໍ່ເຫດ ມາຮັບໂທດຕາມກົດໝາຍຕໍ່ໄປ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...