spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມລະວັງໄຂ້ເລືອດອອກມີຜູ້ຕິດເຊື້ອຫຼາຍກວ່າ 1000 ຄົນແລ້ວ

ລະວັງໄຂ້ເລືອດອອກມີຜູ້ຕິດເຊື້ອຫຼາຍກວ່າ 1000 ຄົນແລ້ວ

Published on

mosquito

 

ວັນທີ 28 ກໍລະກົດນີ້ໜ່ວຍ ງານເຝົ້າລະວັງການລະບາດຂອງພະຍາດ, ກະຊວງສາທາລະນະສຸກໃຫ້ຮູ້ວ່າ:

ນັບແຕ່ເດືອນທັນວາປີ 2013 ມາຮອດທ້າຍ ເດືອນກໍລະກົດ 2014 ນີ້ ຢູ່ທົ່ວປະເທດມີຜູ້ຕິດເຊື້ອໄຂເລືອດ

ອອກແລ້ວຫຼາຍກວ່າ 1 ພັນ ຄົນ, ແຕ່ຍັງບໍ່ມີຜູ້ເສຍຊີວິດ, ໃນນີ້ແຂວງທີ່ມີການຕິດເຊື້ອຫຼາຍກວ່າໝູ່

ແມ່ນ:ສາລະວັນມີ 260 ກວ່າກໍລະນີ, ອັດຕະປື ມີ 120 ກວ່າກໍລະນີ, ເຊກອງມີ 120 ກວ່າກໍລະນີ, ແຂວງ

ວຽງຈັນ ມີ 100 ກວ່າກໍລະນີ, ນະຄອນຫຼວງ ວຽງຈັນມີ 99 ກໍລະນີ, ຈຳປາ ສັກມີ 60 ກວ່າກໍລະນີ, ອຸດົມໄຊ

ມີ 40 ກວ່າກໍລະນີ, ຄຳມ່ວນມີ 29 ກໍລະນີ, ບໍລິຄຳໄຊມີ 19 ກໍລະນີ, ໄຊຍະບູລີມີ 13 ກໍລະນີ, ຫຼວງນ້ຳທາມີ

8 ກໍລະນີ, ສ່ວນແຂວງ ອື່ນໆ ມີຈຳນວນຜູ້ຕິດເຊື້ອພຽງເລັກໜ້ອຍ ແລະ ບາງແຂວງແມ່ນຍັງບໍ່ທັນມີ

ການລາຍງານພົບກໍລະນີຜູ້ຕິດເຊື້ອພະຍາດດັ່ງກ່າວ, ແຕ່ເຫັນວ່າຈຳນວນຜູ້ຕິດເຊື້ອມີລັກຊະນະເພີ່ມ

ຂຶ້ນ, ດັ່ງນັ້ນເພື່ອເປັນການສະກັດກັ້ນ ແລະ ຕ້ານພະຍາດດັ່ງກ່າວບໍ່ໃຫ້ແຜ່ລະບາດອອກສູ່ວົງກວ້າງນັ້ນ,

ກະຊວງສາທາລະນະສຸກ ຈຶ່ງໄດ້ຮຽກຮ້ອງໃຫ້ປະຊາຊົນເປັນເຈົ້າການໃນການທຳລາຍແຫຼ່ງເພາະພັນຂອງ

ຍຸງລາຍ, ໂດຍສະເພາະແມ່ນປະຕິບັດຕາມ ຄຳຂວັນ 5 ປ ທີ່ກະຊວງສາທາລະນະສຸກວາງອອກໃຫ້ເຂັ້ມ

ງວດ ຄື ປ 1 ປິດຝາພາຊະນະທີ່ມີນ້ຳໃນເຮືອນ ແລະ ນອກ ເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່, ປ 2 ປ່ຽນນ້ຳ

ແລະ ຜັດຖູພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້ເຢັນ, ຖ້ານຮອງຈອກ ນ້ຳ, ປ 3 ປ່ອຍປາຫາງ

ນົກຍຸງເພື່ອກິນໜອນນ້ຳຍຸງລາຍ, ປ 4 ປັບປຸງບໍ່ໃຫ້ມີນ້ຳຄ້າງຂັງກະໂປະ, ກະປ໋ອງ, ຮາງລິນ, ຢາງຕີນ

ລົດເກົ່າ ແລະ ປ 5 ປະຕິບັດ ເປັນປະຈຳທຸກອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍຫຼືສຸກສາລາ

ໃກ້ບ້ານ.

 

ພຽງເທົ່ານີ້ທ່ານກໍຈະເປັນຜູ້ໜຶ່ງທີ່ມີສ່ວນ ຮ່ວມໃນການສະກັດກັ້ນໄຂ້ເລືອດອອກ.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/07/1000.html

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...