spot_img
Homeຂ່າວພາຍ​ໃນລະວັງຖືກແຮັກຈາກການຫຼິ້ນ Filter ໃໝ່ໃນເຟສບຸກ

ລະວັງຖືກແຮັກຈາກການຫຼິ້ນ Filter ໃໝ່ໃນເຟສບຸກ

Published on

ເປັນທີ່ນິຍົມຫຼິ້ນກັນຫຼາຍໃນໄລຍະທີ່ຜ່ານມາ ດ້ວຍການຫຼິ້ນ Filter ໃໝ່ໃນເຟສບຸກ ເຊິ່ງໃຊ້ຮູບຕົນເອງເຂົ້າໃນ Filter ດັ່ງກ່າວເພື່ອຈະປ່ຽນຮູບຕົນເອງໃຫ້ເປັນຮູບຮ່າງຂອງຄົນອື່ນ.

ຫຼ້າສຸດ ມີຜູ້ໃຊ້ເຟສບຸກຈຳນວນໜຶ່ງພົບວ່າ: ເມື່ອຫຼິ້ນ Filter ດັ່ງກ່າວແລ້ວ ເຟສບຸກສົ່ງຂໍ້ຄວາມການຢືນຢັນລະຫັດຜ່ານເຂົ້າມາ ນັ້ນໝາຍຄວາມວ່າມີຄົນພະຍາຍາມແຮັກເຟສບຸກເຮົາ ດ້ວຍການສຸ່ມລະຫັດຜ່ານ.

ທັ້ງນີ້ ຢາກໃຫ້ທຸກຄົນບໍ່ປະໝາດໃນການໃຊ້ແອັບພຣິເຄຊັ່ນ ຫຼື ການໃຊ້ Filter ຕ່າງໆໃນເຟສບຸກທີ່ອາດສ່ຽງຖືກແຮັກເອົາຂໍ້ມູນສ່ວນຕົວ ຮ້າຍໄປກວ່ານັ້ນແມ່ນແຮັກເຟສບຸກເອົາໄປຕົ້ມຕຸ໋ນຄົນອື່ນຕໍ່ ແລະ ການໃຊ້ເຫດການນີ້ກໍເຄີຍມີມາກ່ອນແລ້ວທີ່ຜູ້ໃຊ້ເຟສບຸກ ຫຼິ້ນ Filter ຈົນເຮັດໃຫ້ຄົນແຮັກເຂົ້າເຟສບຸກຕົນເອງໄດ້.

ຈຶ່ງຢາກຂໍແນະນຳໃຫ້ຜູ້ໃຊ້ເຟສບຸກ ໃຊ້ລະຫັດຜ່ານ 2 ຊັ້ນ ເພື່ອເປັນການປ້ອງກັນການແຮັກໃຫ້ແໜ້ນໜາຕື່ມ ແຕ່ຖ້າຄົນໃດທີ່ຫຼົງໄປຫຼິ້ນ Filter ດັ່ງກ່າວ ກໍຄວນທີ່ຈະປ່ຽນລະຫັດຜ່ານເຟສບຸກທັນທີ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...