spot_img
Homeຂ່າວເຫດການລະດົມຄຳເຫັນໃສ່ ຮ່າງດຳລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສນຍ

ລະດົມຄຳເຫັນໃສ່ ຮ່າງດຳລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສນຍ

Published on

ຂປລ. ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ​ໄດ້ຈັດກອງປະຊຸມສຳມະນາ ເພື່ອລະດົມຄຳຄິດຄຳເຫັນ ໃສ່ຮ່າງດຳລັດ ວ່າດ້ວຍການຈັດຕັ້ງແລະ ການເຄື່ອນໄຫວຂອງສນຍເພື່ອເຮັດໃຫ້ເນື້ອໃນຮ່າງດຳລັດສະບັບດັ່ງກ່າວ ອຸດົມສົມບູນ, ​ເປັນເອກະພາບແລະ ສາມາດນຳໄປຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ.

ທ່ານເພັດ ພົມພິພັກ ລັດຖະມົນຕີປະຈຳ ສນຍ, ຫົວໜ້າ ຫສນຍໄດ້ກ່າວໃນກອງປະຊຸມດັ່ງກ່າວໃນວັນທີ 9 ກັນຍານີ້ ຢູ່ນະຄອນຫລວງວຽງຈັນວ່າຮ່າງດຳລັດສະບັບນີ້ໂດຍພື້ນຖານແມ່ນໄດ້ປັບປຸງ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 291/ລບ, ລົງວັນທີ 19 ກັນຍາ 2011 ວ່າດ້ວຍການຈັດຕັ້ງແລະເຄື່ອນໄຫວຂອງຫ້ອງວ່າການລັດຖະບານແລະ ຮ່າງກົດໝາຍວ່າດ້ວຍລັດຖະບານ ສະບັບປັບປຸງໃໝ່ ທີ່ໄດ້ຜ່ານການຮັບຮອງຈາກກອງປະຊຸມລັດຖະບານໃນທ້າຍເດືອນຜ່ານມາ, ​ເຊິ່ງເນື້ອໃນຕົ້ນຕໍຂອງຮ່າງດຳລັດສະບັບນີ້ແມ່ນໄດ້ປັບປຸງຄືນທີ່ຕັ້ງ, ພາລະບົດບາດ, ຂອບເຂດສິດ, ​ໜ້າທີ່ແລະ ກົງຈັກການຈັດຕັ້ງຂອງ ຫສນຍເພື່ອຮັບປະກັນການເຄື່ອນໄຫວ ​​ແລະໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່ຂອງ ຫສນຍ ທີ່ມີບົດບາດໃນການເປັນເສນາທິການໃຫ້ແກ່ລັດຖະບານ, ນາຍົກລັດຖະມົນຕີແລະ ບັນດາຮອງນາຍົກລັດຖະມົນຕີ, ຄວບຄຸມການເຄື່ອນໄຫວວຽກງານຂອງລັດຖະບານແລະ ອົງການປົກຄອງທ້ອງຖິ່ນ, ຊ່ວຍວຽກນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີໃນການບໍລິຫານບັນຊາ ວຽກງານລວມແລະ ປະສານສົມທົບວຽກງານກັບບັນດາອົງການຈັດຕັ້ງຂອງພັກ-ລັດ, ​ອົງການຈັດຕັ້ງມະຫາຊົນແລະ ອົງການປົກຄອງທ້ອງຖິ່ນ, ສ້າງແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ລະບຽບແບບ​​ແຜນວິທີເຮັດວຽກແລະແຜນການເຄື່ອນໄຫວຂອງລັດຖະບານ, ນາຍົກລັດຖະມົນຕີແລະ ບັນດາຮອງນາຍົກລັດຖະມົນຕີໃນການເປັນເສນາທິການທີ່ດີ, ປະສານງານທີ່ດີແລະ ຄຸ້ມຄອງບໍລິການຮັບໃຊ້ໃຫ້ແກ່ການນຳ, ຮັບປະກັນເງື່ອນໄຂດ້ານຕ່າງໆໃຫ້ແກ່ການເຄື່ອນໄຫວວຽກງານຂອງລັດຖະບານ ມີຄວາມຄ່ອງຕົວແລະ ມີປະສິດທິຜົນທີ່ດີ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...