spot_img
Homeຂ່າວທ້ອງຖິ່ນລະດັບແມ່ນ້ຳຂອງ ແລະແມ່ນໍ້າສາຂາຕ່າງໆເລີ່ມຫລຸດລົງແລ້ວ

ລະດັບແມ່ນ້ຳຂອງ ແລະແມ່ນໍ້າສາຂາຕ່າງໆເລີ່ມຫລຸດລົງແລ້ວ

Published on

ກົມອຸຕຸນິຍົມ ແລະອຸທົກກະສາດ ໃຫ້ຮູ້ວ່າ: ມາຮອດວັນທີ 25 ສິງຫານີ້, ລະດັບແມ່ນ້ຳຂອງ ແລະແມ່ນ້ຳສາຂາ ຕ່າງໆ ເລີ່ມຫລຸດລົງຢ່າງຕໍ່ເນື່ອງ, ພາຍຫລັງສະພາບຝົນໄດ້ຫລຸດຜ່ອນລົງໃນໄລຍະສອງວັນຜ່ານມາ, ຊຶ່ງຜ່ານການວັດແທກຕົວຈິງເຫັນວ່າຢູ່ນະຄອນຫລວງວຽງຈັນໄດ້ຫລຸດລົງປະມານ 13 ຊັງຕີແມັດ (ວັນທີ 24 ສິງຫາມີລະດັບ 9,60 ແມັດ ແລະ ວັນທີ 25 ສິງຫາຫລຸດລົງຢູ່ລະດັບ 9,43 ແມັດ) ຫລວງພະບາງຫລຸດລົງປະມານ 44 ຊັງຕີແມັດ( ວັນທີ 24 ສິງຫາແທກໄດ້ 12,6 ແມັດ ແລະ ວັນທີ 25 ສິງຫາ ແທກໄດ້ 12,20 ແມັດ) ປາກຊັນ ຫລຸດລົງປະມານ 37 ຊັງຕີແມັດ (ວັນທີ 24 ສິງຫາແທກໄດ້ 12,39 ແມັດ ແລະ ວັນທີ 25 ສິງຫາ ຢູ່ໃນລະດັບ 12,02 ແມັດ) ແລະ ທ່າແຂກ ໄດ້ຫລຸດລົງປະມານ 17 ຊັງຕີແມັດ (ວັນທີ 24 ສິງຫາແທກໄດ້ 11,22 ແມັດ ແລະ ວັນທີ 25 ສິງ ຫາຢູ່ທີ່ລະດັບ 11,05 ແມັດ), ຂະນະດຽວກັນລະດັບນໍ້າຈຸດຂົວເຊບັ້ງໄຟແມ່ນໄດ້ເພີ່ມຂຶ້ນປະມານ 8 ຊັງຕີແມັດ ຄື: ໃນວັນທີ 24 ສິງຫາແທກໄດ້ 15,10 ແມັດ ແລະ ວັນທີ 25 ສິງຫາເພີ່ມຂຶ້ນຢູ່ລະດັບ 15,18 ແມັດ, ສ່ວນລະດັບນໍ້າຢູ່ໜ້າເຂື່ອນນໍ້າງື່ມເຫັນວ່າເພີ່ມຂຶ້ນປະມານ 10 ຊັງຕີແມັດ ຄື: ວັດແທກໃນວັນທີ 24 ສິງຫາຢູ່ທີ່ລະດັບ 207,79 ແມັດ ແລະ ໃນວັນທີ 25 ສິງຫາເພີ່ມຂຶ້ນເປັນ 207,89 ແມັດ.

ທີ່ມາ: ລາວພັດທະນາ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ifram FBPictpost ຮູບພາບລາວໂພສຕ໌

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...