spot_img
Homeເກມລວມ 10 ອາວຸດແປກໆໃນເກມທີ່ມີໃນຊີວິດແທ້

ລວມ 10 ອາວຸດແປກໆໃນເກມທີ່ມີໃນຊີວິດແທ້

Published on

ຫຼາຍໆຄົນທີ່ມັກຫຼິ້ນເກມແນວຕ່າງໆໂດຍສະເພາະແມ່ນເກມແນວຍິງສັດຕູຫຼື FPS ມັກຈະເຫັນອາວຸດສຸດແປກແຫວກແນວໃຫ້ເຫັນກັນຢູ່ເລື້ອຍ ແລະແນ່ນອນວ່າໃນຊີວິດແທ້ນີ້ກໍມີອາວຸດທີ່ຄ້າຍໆໃນເກມນຳຈະມີຫຍັງແດ່ໄປເບິ່ງນຳກັນເລີຍ

Gauss Rifle ຈາກ Fallout 3


ປືນແມ່ເຫຼັກທີ່ເຮົາມັກຈະໄດ້ເຫັນໃນເກມ Sci-fi ເຊິ່ງໃນຊີວິດແທ້ນັ້ນກໍມີປືນທີ່ຄ້າຍໆໃນເກມທີ່ເອີ້ນວ່າ: Coilgun ເຊິ່ງກໍໄດ້ມີການບອກວິທີສ້າງໄວ້ນຳ ວິທີສ້າງ ໂດຍໃນຄລິບວີດີໂອຂ້າງເທິງນີ້ກໍເປັນອຸປະກອນທີ່ມີຄົນລອງສ້າງມັນຂຶ້ນມານຳ ເວົ້າໄດ້ວ່າອາດຈະບໍ່ຮຸນແຮງເທົ່າໃນເກມແຕ່ຖ້າໃຜຖືກຍິງແລ້ວບອກຄຳດຽວວ່າ “ເຈັບ” 

 

Gunblade ຈາກ Final Fantasy 8

https://youtu.be/4sO9pwMsnuY
ປືນສຸດແນວທີ່ປະສົມປືນກັບດາບໄວ້ນຳກັນ ເຊິ່ງອ້າງອີງຈາກ Firearm History ວ່າອາວຸດນີ້ມີມາກ່ອນແລ້ວໃນຊ່ວງປີ 1500 ແຕ່ບໍ່ໄດ້ຮັບຄວາມນິຍົມເນື່ອງຈາກຄວາມສົມດຸນຂອງນ້ຳໜັກແລະຮູບຮ່າງເຮັດໃຫ້ບໍ່ເໝາະກັບການໃຊ້ງານ, ບໍ່ຄືປືນໄຮເຟິນຕິດດາບທີ່ເບິ່ງແລ້ວເໝາະແກ່ການໃຊ້ງານຫຼາຍກວ່າ ແຕ່ຢ່າງໃດກໍຕາມຮູບຮ່າງນີ້ກໍເທ້ຢູ່ໃດ໋. 

 

Ringblade ຈາກ Soul Calibur 4


ອາວຸດທີ່ມີຮູບຮ່າງຄືກົງຈັກນີ້ມີຢູ່ແທ້ໆໃນຊີວິດຈິງໂດຍເປັນຂອງພວກ Sikhs ອ້າງອີງຈາກວີດີໂອ History Channel ເຊິ່ງຄວາມຮຸນແຮງຂອງມັນນັ້ນອັນຕະລາຍແບບສຸດໆເລີຍ ຖ້າເອົາໄປໂຍນໃສ່ໃຜນິບໍ່ຢາກຈະຄຶດສະພາບ. 

 

Demon Sword of Paracelsus ຈາກ Resident Evil 3 :Nemesis


ອາວຸດທີ່ມີຊື່ຄືດາບ ແຕ່ຄວາມຈິງແລ້ວແມ່ນ Railgun ທີ່ກອງທັບສະຫະລັດໄດ້ມີການພັດທະນາຂຶ້ນມາແທ້ໆ ເວົ້າໄດ້ວ່າເປັນອາວຸດທີ່ລ້ຳສະໄໝສຸດໆກັນເລີຍ.

 

C.Vipers Stun Glove ຈາກ Street Fighter 4


ຖົງມືຊ໋ອດໄຟຟ້າທີ່ມີການລອງເຮັດຂຶ້ນມາແທ້ໆ ແບບ DIY ແຕ່ວ່າບໍ່ແນະນຳໃຫ້ໄປເຮັດເອງເດີ້ເພາະອັນຕະລາຍຫຼາຍ.

 

Mei Freeze Gun ຈາກ Overwatch


ປືນແຊ່ແຂງຂອງຮີໂຣ້ທີ່ຫຼາຍໆຄົນຊັງໃນ Overwatch ນັ້ນໃນຊີວິດແທ້ກໍໄດ້ມີການລອງເຮັດອັນສີດໄນໂຕຣເຈນແຫຼວທີ່ແຊ່ແຂງສິ່ງຂອງໄດ້ ຫຼືເອົາໄປສີດໃສ່ໄຟກະຍັງໄດ້ ເວົ້າໄດ້ວ່າອັນຕະລາຍຫຼາຍ. 

 

Bouncing Betties ຈາກ Borderland 2


ອາວຸດທີ່ເປັນລະເບີດໃນ Borderlands 2 ທີ່ຈະລອຍຂຶ້ນມາສົ່ງສະເກັດລະເບີດອອກມາທຸກທິດທາງນັ້ນ, ໃນຊ່ວງສົງຄາມໂລກກໍມີ ກັບດັກລະເບີດສັງຫານບຸກຄົນຂອງເຢຍຣະມັນທີ່ມີຫຼັກການທີ່ຄ້າຍໆກັນເລີຍ. 

 

Clond’s Buster Sword ຈາກ Final Fantasy 7


ດາບຍັກທີ່ໃນຊີວິດແທ້ອາດຈະບໍ່ມີດາບທີ່ຂະໜາດຊ່ຳກັນ ແຕ່ວ່າດາບ Zweihander ທີ່ຕ້ອງໃຊ້ສອງມືຈັບນັ້ນເວົ້າໄດ້ວ່າໃກ້ຄຽງເຊິ່ງໃນຊີວິດແທ້ການຈັບມືດຽວແລ້ວໃຊ້ສູ້ນິເປັນບໍ່ໄດ້ແນ່ນອນ ເພາະນ້ຳໜັກຂອງດາບທີ່ໜັກຫຼາຍ. 

 

Medic Gun ຈາກ Team Fortress 2

https://youtu.be/jWQ93ChvQxg
ປືນຍິງເຂັມສັກຢາທີ່ໃນຊີວິດແທ້ບໍ່ໄດ້ຍິງເຂັມສັກຢາໄປ, ແຕ່ວ່າຈະຍິງວັກຊີນຢາເຂົ້າໄປໃນຄົນເລີຍໂດຍບໍ່ຕ້ອງໃຊ້ເຂັມຫຼືອີ່ຫຍັງທັງນັ້ນ, ຄົນຢ້ານເຂັມສັກຢາຄົງຈະມັກແນ່ນອນ. 

 

Bridget’s Yo-Yo ຈາກ Guilty Gear

https://youtu.be/05bbAr27WF4
ໂຢໂຢ້ທີ່ໃນຊີວິດແທ້ບໍ່ໜ້າຈະເອົາມາໃຊ້ເປັນອາວຸດໄດ້ນັ້ນ ກໍເຄີຍມີການບັນທຶກໄວ້ວ່າຊາວຟິລິບປິນໃນປີ 1600 ເຄີຍມີອາວຸດແບບນີ້ໄວ້ໃຊ້ໃນການລ່າສັດ ເວົ້າໄດ້ວ່າບໍ່ທຳມະດາເລີຍ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...