ລມຕ. ການເງິນ ເຜີຍ​ຄວາມ​ຫຍຸ້ງຍາກການ​​ເກັບ​ລາຍ​ຮັບ! ລັດວິສາຫະກິດການບິນລາວ – ETL ກຳລັງຕົກໃນສະພາວະຂາດທິນ!

lian thikeo

​ໃນ​ວາລະ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ່ IX ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ​ເຊິ່ງ​ໄຂ​ຂຶ້ນມື້ທຳ​ອິດ​ໃນ​ຕອນ​ເຊົ້າວັນ​ທີ 1 ກໍລະກົດ 2015 ຢູ່​ນະຄອນຫລວງ​ວຽງ​ຈັນ, ທ່ານ ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ​ໄດ້​ຂຶ້ນລາຍ​ງານ​ການຈັດຕັ້ງປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ 6 ​ເດືອນ​ຕົ້ນສົກ​ປີ 2014-2015 ​ບັນດາ​ມາດ​ຕະການ​ເພື່ອ​ສູ້​ຊົນ​ປະຕິບັດ​ຄາດໝາຍ 6 ​ເດືອນ​ທ້າຍ ​ແລະ ທິດ​ທາງ​ແຜນງົບປະມານ​ແຫ່ງ​ລັດ ສົກ​ປີ 2015-2016,ຊຶ່ງ ທ່ານ​ລັດຖະມົນຕີ​ໄດ້​ຍົກ​ໃຫ້​ເຫັນ​ຈຸດ​ດີ,ຈຸດ​ອ່ອນ ​ແລະ ຂໍ້ຄົງຄ້າງ​ຢູ່​ໃນ​ຂະ​ແໜງ​ການ​ຂອງ​ຕົນ​ທີ່​ເກີດ​ຂຶ້ນ​ໃນ​ແຕ່ລະ​ຂົງ​ເຂດ.

ທ່ານ​ລັດຖະມົນຕີ​ ​​ຊີ້ບອກ​ວ່າ: ກະຊວງ​ການ​ເງິນ ​ໄດ້​ພະຍາຍາມ​ຈັດຕັ້ງປະຕິບັດ​ບັນດາ​ມາດ​ຕະການ​ໄລຍະ​ສັ້ນ, ​ໄລ ຍະ​ຍາວ​ທີ່​ໄດ້​ສະ​ເໜີ​ຕໍ່​ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ, ​ແຕ່​ໃນ​ຕົວ​ຈິງ​ຫລາຍ​ຂະ​ແໜງ​ການ​ສູນ​ກາງ ​ແລະ ອົງການ​ປົກຄອງ​ທ້ອງ​ຖິ່ນ​ຍັງ​ບໍ່​ໄດ້​ປະສານ​ສົມທົບ ​ແລະ ​ໃຫ້ການ​ຮ່ວມ​ມື​ດີ​​ເທົ່າ​ທີ່​ຄວນ ​ເຊິ່ງສະ​ແດງ​ອອກ​ລາຍ​ຮັບ​ຊັບ​ສິນ, ຄ່າ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ລາຍ​ຮັບ​ວິຊາ​ການ​ຈຳນວນ​ໜຶ່ງ​ບໍ່​ທັນ​ລວມສູນ​ເຂົ້າງົບປະມານ​ແຫ່ງ​ລັດ, ຈ່າຍ​*ນອກ​ແຜນ​ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ, ຍົກ​ເວັ້ນພາສີອາກອນ​ນອກ​ກົດໝາຍ​ກຳນົດ, ການ​ນຳ​ເຂົ້າພາຫະນະ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ຍັງ​ແຜ່​ຫລາຍ, ການ​ລັກລອບ​ໜີ້ພາສີ​ຍັງ​ບໍ່​ໄດ້​ຄຸ້ມ​ຄອງ​ຢ່າງ​ຮັດກຸມ, ລະດັບ​ຄວາມ​ສາມາດ​ກວດກາ ​ແລະ ຕິດຕາມ​ຈັດ​ເກັບ​ລາຍ​ຮັບ​ຈາກ​ວິ​ສາ​ຫະກິດ​ລົງທຶນ​ຕ່າງປະ​ເທດ ​ເປັນຕົ້ນຂະ​ແໜງ​ບໍ່​ແຮ່​ຂອງ​ລັດ​ເຮົາ​ຍັງ​ຈຳກັດ​ໃນ​ຫລາຍ​ດ້ານ. ​ເຖິງ​ວ່າ​ກະຊວງ​ການ​ເງິນ​ໄດ້​ປັບປຸງ​ກົນ​ໄກ​ການ​ດຸ່ນງົບປະມານ​ໃຫ້​ທ້ອງ​ຖິ່ນ​ໄດ້​ໄວ​ຂຶ້ນ ​ແລະ ສາມາດ​ປະຕິບັດ​ໄດ້​ຕາມ​ແຜນການ, ​ແຕ່​ສະພາບ​ການ​ເບີກ​ຈ່າຍ​ເງິນ​ເດືອນ​ຂອງ​ທ້ອງ​ຖິ່ນ​ທີ່​ຊັກ​ຊ້າຍັງ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ທີ່​ຊ້ຳ​ເຮື້ອ​ແກ່ຍາວ​ມາ​ດົນ​ນານ​ໄດ້ ສາ​ເຫດ​ຍ້ອນ​ກົນ​ໄກ​ການ​ຢັ້ງຢືນ​ບັນຊີ​ຈຳນວນພົນ​ຂອງ​ບັນດາ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຍັງ​ຊັກ​ຊ້າ, ກົນ​ໄກ​ການ​ປະສານ​ງານ​ລະຫວ່າງ​ຂັ້ນ​ແຂວງ​ຮອດ​ຂັ້ນ​ເມືອງ​ຍັງ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ. ອີກ​ສາ​ເຫດ​ໜຶ່ງ​ທີ່​ສຳຄັນ​ແມ່ນ​ຍ້ອນ​ການຈັດ​ເກັບ​ລາ​ຍຮັບ​ຂອງ​ທ້ອງ​ຖິ່ນ​ບໍ່​ສາມາດ​ປະຕິບັດ​ໄດ້​ຕາມ​ແຜນການ. ການ​ເຜີຍ​ແຜ່​ໂຄສະນາ​ບັນດາ​ລະບຽບ​ກົດໝາຍ​ໃຫ້​ແກ່​ສັງຄົມ​ເຂົ້າ​ໃຈ​ຍັງ​ເຮັດ​ບໍ່​ທັນ​ໄດ້​ດີ, ​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ການຈັດ​ເກັບ​ພົບ​ຄວາມ​ຫຍຸ້ງຍາກ, ການ​ນຳ​ໃຊ້​ລະບົບ​ທັນ​ສະ​ໄໝ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ເກັບ​ລາຍ​ຮັບ​ຍັງ​ຢູ່​ໃນ​ຂັ້ນຕອນ​ກະກຽມ ​ແລະ ລິ​ເລີ່​ມ ​ເຊິ່ງປັດຈຸບັນ​ນຳ​ໃຊ້​ມີ​ພຽງ​ແຕ່​ຢູ່​ກົມ ​ແລະ ບາງ​ແຂວງ​ໃຫຍ່​ເທົ່າ​ນັ້ນ. ການ​ເກັບ​ລາຍ​ຮັບ​ນຳ​ບັນດາ​ຫົວໜ່ວຍທຸລະ​ກິດ​ພົບ​ຄວາມ​ຫຍຸ້ງຍາກ ບໍ່​ສາມາດ​ເລັ່ງທວງ​ ຫລື ນຳ​ໃຊ້ມາດ​ຕະການ​ທາງ​ກົດໝາຍ​ຢ່າງ​ເດັດຂາດ​ໄດ້, ທ່ານລັດຖະມົນຕີ ກ່າວວ່າ:ສັງ​ລວມທົ່ວ​ປະ​ເທດ​ມີໜີ້ຄ້າງ​ມອບ ສະ​ເພາະ​ຂະ​ແໜງ​ອາກອນ​ມີ​ເຖິງ 400 ຕື້ກີບ ຫລື ປະມານ 4% ຂອງ​ແຜນ​ລາຍ​ຮັບ​ສ່ວຍສາ​ອາກອນ, ບັນດາ​ບໍລິສັດ ​ແລະ ກຸ່ມ​ບໍລິສັດ​ຂະໜາດ​ໃຫຍ່​ຈຳນວນ​ຫລວງຫລາຍ​ຍັງ​ຫລົບ​ຫລີກ​ການ​ເສຍ​ພັນທະ​ອາກອນ​ໃຫ້​ລັດ, ການ​ຍົກ​ເວັ້ນພາສີ​ອາກອນ​ໃນ​ໄລຍະ 6 ​ເດືອນ​ຕົ້ນປີ ມີ​ມູນ​ຄ່າ​ທັງ​ໝົດ 996 ຕື້ກີບ ​ເຊິ່ງ​ເປັນ​ການ​ຍົກ​ເວັ້ນຕາມ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ນະ​ໂຍບາຍ​ຂອງຂັ້ນ​ເທິງ, ບໍ່​ສາມາດ​ປະຕິບັດ​ການ​ເກັບ​ລາຍ​ຮັບ​ຈາກ​ໄມ້​ທີ່​ຂຶ້ນ​ແຜນ​ໄວ້ 100 ຕື້ກີບ ​ເນື່ອງ​ຈາກ​ວ່າ​ທ້ອງ​ຖິ່ນ​ໄດ້​ສະ​ເໜີ​ນຳ​ໃຊ້​ລາຍ​ຮັບ​ຈາກ​ໄມ້​ໄປ​ຊຳລະ​ໂຄງການ​ສະ​ເພາະ ​ໂດຍ​ບໍ່​ໄດ້​ຈົດ​ຮັບ-ຈົດ​ຈ່າຍ​ເຂົ້າ​ໃນ​ແຜນ​ງົບປະມານ, ລາຍ​ຮັບ​ຈາກ​ຂະ​ແໜງ​ຊັບພະຍາກອນ​ທຳ​ມະ​ຊາດ​ໄດ້​ຫລຸດ​ລົງ​ຢ່າງ​ຫລວງຫລາຍ ​ເນື່ອງ​ຈາກ​ລາຄາ​ແຮ່​ທາດ​ໃນ​ຕະຫລາດ​ໂລກ​ໄດ້​ຫລຸດ​ລົງ, ຖ້າ​ສົມ​ທຽບ​ກັບ​ຊຸມ​ຕົ້ນປີ​ຂອງ​ແຜນລາຍ​ຮັບ​ຈາກ​ຂະ​ແໜງ​ດັ່ງກ່າວ​ມີ​ຫລາຍ​ກວ່າ 1.600 ຕື້ກີບ​ຕໍ່​ປີ, ​ແຕ່​​ປັດຈຸບັນ​ໄດ້​ພຽງ​ແຕ່ 518 ຕື້ກີບຫລຸດ​ລົງ​ສອງ​ສ່ວນ​ສາມ,ສະ​ເພາະ​ບໍລິສັດ​ພູ​ເບ້ຍ​ມາຍ​ນິງ​ ​ໃນ​ສົກ​ປີ​ງົບປະມານ​ນີ້ບໍ່​ມີ​ອາກອນ​ກຳ​ໄລ ​ແລະ ​ເງິນ​ປັນ​ຜົນ​ມອບ​ໃຫ້​ລັດ ​ເນື່ອງ​ຈາກ​ບໍລິສັດ​ແຈ້ງ​ຫລຸບ​ທຶນ, ບັນດາ​ທຸລະ​ກິດ​ຂອງ​ລັດ ​ໂດ​ຍສະ​ເພາະ​ບັນດາ​ລັດ​ວິ​ສາ​ຫະກິດ​ກຳລັງ​ຢູ່​ໃນ​ສະພາວະ​ຂາດທຶນ ​ເປັນຕົ້ນບໍລິສັດ​ການບິນ​ລາວ, ບໍລິສັດ ETL, ບັນດາ​ທະນາຄານ​ຈຳນວນ​ຫລາຍ ບໍ່​ສາມາດ​ມອບ​ອາກອນ​ກຳ​ໄລ ​ແລະ ​ເງິນ​ປັນ​ຜົນ​ໃຫ້​ລັດ, ການ​ປັບປຸງ​ການຈັດຕັ້ງຂອງ​ຂະ​ແໜງ​ການ​ເງິນ​ຢູ່​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ​ຍັງ​ມີ​ຄວາມ​ຊັກ​ຊ້າ​ບໍ່​ທັນ​ບັນລຸ​ໄດ້​ຕາມ​ຄາດໝາຍ​ຕາມ​ທິດ​ຊີ້ນຳ​ຂອງ​ຂັ້ນ​ເທິງ.

ສັງ​ລວມ​ແລ້ວ​ບັນດາ​ສາ​ເຫດ​ຕົ້ນຕໍ​ແມ່ນ​ພວກ​ເຮົາ​ບໍ່​ທັນ​ໄດ້​ຜັນ​ຂະຫຍາຍ​ຈັດຕັ້ງປະຕິບັດ​ດ້ວຍ​ຄວາມ​ຮັບຜິດຊອບ​ຕໍ່​ຄຳ​ສັ່ງ​ຂອງ​ນາຍົກ ສະບັ​ບ​ເລກທີ 14/ນຍ ປີ 2014 ກ່ຽວ​ກັບ​ມາດ​ຕະການ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະ​ຫາ​ພາກ ​ເພື່ອ​ຊຸກຍູ້​ການ​ເຕີບ​ໃຫຍ່​ທີ່​ຕໍ່​ເນື່ອງ ​ແລະ ຍືນ​ຍົງ​ທີ່​ໄດ້​ກຳນົດ 3 ຄາດໝາຍ​ໃຫຍ່, 6 ກຸ່ມ​ມາດ​ຕະການ​ທີ່​ຈະ​ແຈ້ງ.ນາຍົກລັດຖະມົນຕີ​ຍັງ​ໄດ້​ມອບ​ໜ້າ​ທີ່​ໃຫ້ 6 ກະຊວງ​ເສດຖະກິ​ດຕົ້ນຕໍ ​ແລະ ບັນດາ​ຂະ​ແໜງ​ການ, ອົງການ​ສູນ​ກາງ, ຄະນະ​ພັກ, ອົງການ​ປົກຄອງທ້ອງ​ຖິ່ນ​ປະຕິບັດ​ສົມທົບ​ແໜ້ນ​ກັບ​ການ​ແກ້​ໄຂ 9 ຂອດ​ປະສານ​ງານ​ຕາ​ມມະຕິ​ກອງ​ປະຊຸມ​ລັດຖະບານ​ເປີດ​ກວ້າງ ປີ 2013. ນອກຈາກ​ນັ້ນ​ແລ້ວ ກໍ​ກຳນົດ​ແຈ້ງ​ກົນ​ໄກ​ໃນ​ການ​ປະຕິບັດ​ໃຫ້ 3 ຂັ້ນ ຄື​ຄະນະ​ຮັບ ຜິດຊອບ​ຕິດຕາມ​ເສດຖະກິດ​ມະຫາ​ພາກ ​ແລະ ຊີ້ນຳ​ການ​ເກັບ​ລາຍ​ຮັບ​ຂັ້ນລັດຖະບານ, ຄະນະ​ຮັບຜິດຊອບ​ຂັ້ນກະຊວງ, ອົງການ ​ແລະ ຄະນະ​ຮັບຜິດຊອບ​ຂັ້ນນະຄອນຫລວງ ​ແລະ ບັນດາ​ແຂວງ, ຖ້າ​ພວກ​ເຮົາ​ຫາກ​ຕັ້ງໜ້າ​ປະຕິບັດ​ກໍ​ຈະ​ເຮັດ​ໃຫ້​ຄວາມ​ຫຍຸ້ງຍາກ​ດ້ານ​ການ​ເງິນ​ຜ່ອນຄາຍ​ລົງ​ຫລາຍ​ກວ່າ​ນີ້.

ສຳລັບຜົນ​ການ​ເກັບ​ລາຍ​ຮັບ 6 ​ເດືອນ​ຕົ້ນປີ 2015 ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ໄດ້​ໃຫ້​ຄຳ​ຊີ້​ແຈ້ງວ່າ: ຜ່ານ​ການຈັດຕັ້ງປະຕິບັດ​ຈັດ​ເກັບ​ລາຍ​ຮັບ 6 ​ເດືອນ​ຕົ້ນປີ ສາມາດ​ປະຕິບັດ 12.021 ຕື້ກີບ ​ເທົ່າ​ກັບ 46,57% ຂອງ​ແຜນ ການ​ປີ, ສະ​ເພາະ​ລາຍ​ຮັບ​ພາຍ​ໃນ​ປະຕິບັດ​ໄດ້ 9.301 ຕື້ກີບ ​ເທົ່າ​ກັບ 45,29% ຂອງ​ແຜນການ​ປີ, ​ໃນ​ນັ້ນ ສູນ​ກາງກວມ 47,21% ​ແລະ ທ້ອງ​ຖິ່ນ 39% ຂອງ​ແຜນການ​ປີ. ການຈັດຕັ້ງປະຕິບັດ​ລາຍ​ຮັບ 9 ​ເດືອນ (ຮອດ​ວັນ​ທີ 26/6/2015) ບັນລຸ​ໄດ້ 17.320 ຕື້ກີບ ​ເທົ່າ​ກັບ 67,10% ຂອງ​ແຜນການ​ປີ, ສະ​ເພາະ​ລາຍ​ຮັບ​ພາຍ​ໃນ​ປະຕິບັດ​ໄດ້ 13.975 ຕື້ກີບ ​ເທົ່າ​ກັບ 68,05% ຂອງ​ແຜນການ​ປີ, ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ສົກ​ປີຜ່ານມາ​ເພີ່ມ​ຂຶ້ນປະມານ 18%, ​ໃນ​ນັ້ນ ສູນ​ກາງປະຕິບັດ​ໄດ້ 71,19% ​ແລະ ທ້ອງ​ຖິ່ນ 57,71% ຂອງ​ແຜນການ​ປີ.

 

ແຫລ່ງຂ່າວ: ລາວພັດທະນາ