spot_img
Homeຂ່າວທ້ອງຖິ່ນຣັດເຊຍມອບພາຫະນະເຕັກນິກຊ່າງແສງ ແລະ ຊຸດອຸປະກອນເກັບຮັກສາພາຫະນະເຕັກນິກໄລຍະຍາວ

ຣັດເຊຍມອບພາຫະນະເຕັກນິກຊ່າງແສງ ແລະ ຊຸດອຸປະກອນເກັບຮັກສາພາຫະນະເຕັກນິກໄລຍະຍາວ

Published on

ອີງຕາມການລາຍງານຈາກ ສຳນັກຂ່າວສານປະເທດລາວ ໃຫ້ຮູ້ວ່າ ໃນວັນທີ 28 ມັງກອນ 2021 ນີ້, ກະຊວງປ້ອງກັນປະເທດໄດ້ ຈັດພິທີມອບ-ຮັບພາຫະນະເຕັກນິກຊ່າງແສງ ແລະ ຊຸດອຸປະກອນເກັບຮັກສາພາຫະນະເຕັກນິກໄລຍະຍາວ ລະຫວ່າງກະຊວງປ້ອງກັນປະເທດ ແຫ່ງສະຫະພັນຣັດເຊຍ ແລະ ກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ.

ເພື່ອເປັນການເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງປະເທດ ພ້ອມທັງຍົກລະດັບຄວາມອາດສາ ມາດດ້ານວຽກງານປ້ອງກັນຊາດ ຂອງ ສປປ ລາວ, ເຊື່ອໝັ້ນວ່າການ ມອບ-ຮັບພາຫະນະເຕັກນິກຊ່າງ ແສງຄັ້ງນີ້ຈະເປັນການປະກອບ ສ່ວນອັນສໍາຄັນເຮັດໃຫ້ຄວາມອາດສາມາດດ້ານປ້ອງກັນຊາດຂອງກອງທັບປະຊາຊົນລາວ ເຂັ້ມແຂງຂື້ນຕື່ມ, ຊ່ວຍເຮັດໃຫ້ການປະຕິບັດໜ້າທີ່ປະສົບຜົນສໍາເລັດ, ລວມທັງການລາດຕະເວນຊາຍແດນ, ການສະກັດກັ້ນ ການເຄື່ອນໄຫວຜິດກົດໝາຍຮູບແບບຕ່າງໆ ກ່າວໂດຍ ສະຫາຍ ວະລາ ດີເມຍ ກາລີນິນ ເອກອັກຄະລັດ ຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ.

ພາຫະນະເຕັກນິກຊ່າງແສງ ແລະ ຊຸດອຸປະກອນເກັບຮັກສາພາຫະນະເຕັກນິ ທີ່ນໍາມາມອບປະກອບມີ: ລົດຂຸດຂຸມຄອງຈໍານວນ 2 ຄັນ, ລົດສ້ອມແປງ (ບໍາລຸງຮັກ ສາ) ຈໍານວນ 2 ຄັນ, ລົດຕູ້ສ້ອມ ແປງ (ເຄື່ອນທີ່) ຈໍານວນ 2 ຄັນ, ລົດຈົກຕີນຢາງ ຈໍານວນ 1 ຄັນ, ເຮືອກາໂນ ຈໍານວນ 10 ລຳ, ລົດ ກວດມິນ ຈໍານວນ 2 ຄັນ, ຈັກໄຟ ຟ້າ ເຄື່ອນທີ່ 2 ເຄື່ອງ ແລະ ລົດ ຂຸດຂຸມຄອງ(M3-2) ຈໍານວນ 2 ຄັນ.

ຮຽບຮຽງຂ່າວ: ພູດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...