spot_img
Homeຂ່າວຕ່າງປະເທດຣັດເຊຍກ່າວຫາຢູເຄຣນວ່າໃຊ້ໂດຣນໂຈມຕີເຂດທຳນຽບລັດຖະບານຣັດເຊຍ

ຣັດເຊຍກ່າວຫາຢູເຄຣນວ່າໃຊ້ໂດຣນໂຈມຕີເຂດທຳນຽບລັດຖະບານຣັດເຊຍ

Published on

ຣັດເຊຍກ່າວຫາວ່າຢູເຄຣນ ຢູ່ເບື້ອງຫຼັງຂອງການໃຊ້ໂດຣນໂຈມຕີທຳນຽບປະທານາທິບໍດີຣັດເຊຍ.

ໃນວັນທີ 3 ພຶດສະພາ 2023 ABC Australia News ໄດ້ລາຍງານວ່າ ມີການໃຊ້ໂດຣນ 2 ລຳ ໃນການໂຈມຕີທຳນຽບລັດຖະບານຣັດເຊຍ ໂດຍມີຈຸດປະສົງເພື່ອທຳຮ້າຍ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ແລະ ກ່າວຫາວ່າຢູເຄຣນເປັນຜູ້ຢູ່ເບື້ອງຫຼັງຄວາມພະຍາຍາມໃນເທື່ອນີ້.

ທັ້ງນີ້ ຣັດເຊຍບອກວ່າ ລະບົບປ້ອງກັນສາມາດກະກັດກັ້ນການໂຈມຕີໄວ້ໄດ້ ເພື່ອບໍ່ໃຫ້ເກີດຄວາມເສຍຫາຍຮ້າຍແຮງ ແລະ ໃນຂະນະທີ່ເກີດເຫດປູຕິນ ບໍ່ໄດ້ຢູ່ໃນອາຄານ ແລະ ບໍ່ມີຄົນໄດ້ຮັບບາດເຈັບແຕ່ຢ່າງໃດ.

ທາງດ້ານ ໂວໂລດິເມຍ ເຊເລນສະກີ ປະທານາທິບໍດີຢູເຄຣນ ອອກມາປະຕິເສດວ່າ ຢູເຄຣນບໍ່ໄດ້ກ່ຽວຂ້ອງກັບການໂຈມຕີທີ່ເກີດຂຶ້ນ  ແລະ ລາວໄດ້ກ່າວວ່າ ບໍ່ໄດ້ໂຈມຕີປູຕິນ ຫຼື ມົດສະກູ ພວກເຂົາໄດ້ຕໍ່ສູ້ໃນດິນແດນຂອງພວກເຂົາ ປ້ອງປ້ອງເມືອງ ແລະ ປະເທດຂອງພວກເຂົາ.

ຂະນະນີ້ ມິຄາອິໂລ ໂປໂດຢັກ ທີ່ປຶກສາປະທານາທິບໍດີຢູເຄຣນ ກ່າວວ່າ ອາດເປັນການກະທຳຂອງກຸ່ມກໍ່ການຮ້າຍໃນຣັດເຊຍ ພ້ອມກ່າວວ່າ ຢູເຄຣນເຮັດສົງຄາມປ້ອງກັນປະເທດເທົ່ານັ້ນ ແລະ ບໍ່ໂຈມຕີເປົ້າໝາຍໃນດິນແດນຂອງຣັດເຊຍ.

ມິຄາອິໂລ ຍັງກ່າວຕື່ມອີກວ່າ ການປາກົດຂອງເຮືອບິນໄຮ້ຄົນຂັບ ທີ່ໂຮງງານຜະລິດເຊື້ອໄຟ ຫຼື ອະນາເຂດຂອງທຳນຽບລັດຖະບານຣັດເຊຍ ສາມາດບົ່ງບອກໄດ້ເຖິງການຮົບແບບໂຈນຂອງກຳລັງຕໍ່ຕ້ານໃນທ້ອງຖິ່ນຣັດເຊຍເທົ່ານັ້ນ ແລະ ໂດຣນກໍສາມາດຊື້ໄດ້ຕາມຮ້ານຄ້າທົ່ວໄປ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...