spot_img
Homeຂ່າວພາຍ​ໃນຢຸ້ຍ ສັນທະນີ ຄວ້າລາງວັນຊຸດປະຈຳຊາດດີເດັ່ນ ແລະ ຕິດ Top9 ຄົນ

ຢຸ້ຍ ສັນທະນີ ຄວ້າລາງວັນຊຸດປະຈຳຊາດດີເດັ່ນ ແລະ ຕິດ Top9 ຄົນ

Published on

ຄັ້ງປະຫວັດສາດຂອງ ສປປ ລາວ ສາວ ຢຸ້ຍ ສັນທະນີ Miss Supranational​ Laos ​2018 ຕິດ Top 9 ພ້ອມທັງຄວ້າລາງວັນຊຸດປະຈຳຊາດດີເດັ່ນ ໃນເວທີການປະກວດ Miss Supranational ທີ່ ປະເທດໂປແລນ ຖືເປັນໃບໜ້າອັນໃໝ່ໃນວົງການນາງງາມລາວ ກໍຄືປະເທດລາວໃນເວທີລະດັບສາກົນ.

ສາວ ຢຸ້ຍ ສັນທະນີ ໄດ້ສະແດງຄວາມດີອົກດີໃຈຜ່ານເຟສບຸກສ່ວນຕົວວ່າ: ໃນຖານະ Miss Supranational​ Laos ​2018​ ທີ່ໄດ້ເຂົ້າຮ່ວມປະກວດ Miss Supranational​ 2018​ ທີ່ປະເທດໂປແລນ ດີໃຈທີ່ເປັນຕົວແທນໃຫ້ສາວລາວທົ່ວປະເທດ ແລະ ເປັນປີທຳອິດຖືວ່າເປັນການເປີດສາກສ້າງປະຫວັດສາດຫນ້າໃຫມ່ໃນວົງການນາງງາມລາວລະດັບສາກົນແລ້ວ.​ ໄດ້ສູ້ກັບນາງງາມຈາກ72ປະເທດ ທີ່ມີແຕ່ຄົນງາມໆ ເກັ່ງໆ ແລະ ໂດ່ງດັງທັງຢູ່ປະເທດເຂົາ ເຊິ່ງບາງນາງງາມເປັນດາລາ, ນາງແບບ ເຈົ້າຂອງບໍສິສັດໂມເດວລິງດັງໆ ລະດັບແຖວຫນ້າສາກົນຮັບຮູ້​ ແຕ່ຢຸ້ຍກໍເຕັມທີ່ທຸກກິດຈະກຳ, ທຸກການເກັບຄະແນນ ແລະ ສຳຄັນຢຸ້ຍມ່ວນມີຄວາມສຸກທຸກຄັ້ງ ເພາະການເຮັດສິ່ງທີ່ຮັກເຖິງຈະເມື່ອຍແຕ່ມ່ວນ.

ຢຸ້ຍ ຮູ້ສຶກພູມໃຈທີ່ສຸດທີ່ໃສ່ສາຍສະພາຍ Laos ຖືທຸງລາວ ໃສ່ຊຸດຜ້າໄຫມລາວ ທັດດອກຈຳປາ ນຳເອົາຄວາມເປັນມິດໄມຕີ ຮອຍຍິ້ມທີ່ສົດໃສມາສ້າງຄວາມປະທັບໃຈຈົນເປັນທີ່ຮັກ ແລະ ສົນໃຈຂອງທຸກຄົນ ນີ້ກໍ່​ຖືວ່າຊະນະໃຈຕົວເອງ ແລະ ຊະນະຄົນລາວ ກອງເຊຍ ແລະ ຊະນະໃຈທຸກຄົນທີ່ພົບເຫັນ. ສຸດທ້າຍແລ້ວ ຢຸ້ຍກໍສາມາດຍາດໄດ້ລາງວັນ Best National​ Costume​ of Miss​ Supranational​ 2018​ ມາຝາກຄົນລາວຢ່າງພາກພູມໃຈ.

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: Yui Santhany

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...