spot_img
Homeຂ່າວຕ່າງປະເທດຢຸດການຄ້າ-ຂາຍຖາວອນຢູ່ຕະຫລາດທາດຫລວງ

ຢຸດການຄ້າ-ຂາຍຖາວອນຢູ່ຕະຫລາດທາດຫລວງ

Published on

ຂປລ. ເວລາ 12:30 ໂມງຂອງວັນທີ 25 ສິງຫາ 2016 ນີ້, ເຈົ້າໜ້າທີ່ເມືອງໄຊເຊດຖາສັ່ງຢຸດການເຄື່ອນໄຫວກິດຈະກໍາການຄ້າຂາຍຢູ່ຕະຫລາດທາດຫລວງ (ຕະຫລາດຊົ່ວຄາວ) ຢ່າງຖາວອນ ພາຍຫລັງມີສໍາສັ່ງສະບັບສຸດທ້າຍທີ່ໄດ້ແຈ້ງໃຫ້ຊາວຄ້າຂາຍຮັບຊາບແຕ່ວັນທີ 23 ສິງຫາ 2016 ຜ່ານມາ ແລະ ອາຍຸສໍາປະທານຕະຫລາດກໍໄດ້ສິ້ນສຸດລົງຢ່າງເປັນທາງການ.

tarl
ຕະຫລາດທາດຫລວງແຫ່ງດັ່ງກ່າວແມ່ນຕະຫລາດຊົ່ວຄາວທີ່ທາງອໍານາດການປົກຄອງເມືອງໄຊເຊດຖາໃຫ້ຍົກຍ້າຍມາຂາຍໄລຍະສັ້ນໆ ປັດຈຸບັນນີ້ຕ້ອງໄດ້ປັບປຸງ ແລະ ຈັດສັນເພື່ອໃຫ້ເຂົ້າສູ່ລະບຽບຢ່າງລະອຽດ. ສ່ວນພໍ່ຄ້າ-ແມ່ຄ້າຊາວຂາຍຈຳນວນ 300 ກວ່າຮ້ານຈະຕ້ອງຍົກຍ້າຍອອກໃຫ້ສຳເລັດພາຍໃນໜຶ່ງອາທິດຕໍ່ຈາກນີ້ໄປ. ສະນັ້ນ, ຈຶ່ງແຈ້ງມາຍັງພໍ່ແມ່ພີ່ນ້ອງຊາວນະຄອນຫລວງວຽງຈັນຊາບກັນທົ່ວເຖິງ ເພື່ອຊອກຫາທາງເລືອກອື່ນໃນການຈັບຈ່າຍ ໃຊ້ສອຍ ແລະ ຊື້ສິນຄ້າຕ່າງໆ ແລະ ເພື່ອບໍ່ໃຫ້ເສຍເວລາໃນການເດີນທາງ

ທີ່ມາ:​ ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...