spot_img
Homeຂ່າວພາຍ​ໃນມ້າງຄອບຄົວຢາບ້າໄດ້ ຍ້ອນມີພົນລະເມືອງດີ

ມ້າງຄອບຄົວຢາບ້າໄດ້ ຍ້ອນມີພົນລະເມືອງດີ

Published on

Laopost.com

ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນແລະປາບປາມຢາເສບຕິດ ທ່ານໜຶ່ງທີ່ບໍ່ປະສົງອອກນາມໄດ້ບອກທີມຂ່າວ ລາວໂພສຕ໌ໃຫ້ຮູ້ວ່າ ກ່ອນການການຈັບກຸມແລະທັບມ້າງ ຄອບຄົວຢາບ້າລາຍໃຫຍ່ທີ່ເປັນຂ່າວດັງ ໃນວັນທີ 5 ຕຸລາ ທີ່ຜ່ານມາໄດ້ນັ້ນ ແມ່ນຍ້ອນການຮ່ວມໄມ້ຮ່ວມມືຈາກສັງຄົມ ເຊິ່ງມີພົນລະເມືອງດີທ່ານໜຶ່ງໄດ້ແຈ້ງຕໍ່ ເຈົ້າໜ້າທີ່ພວກເຮົາ ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ຂຶ້ນແຜນຕິດຕາມ ແລະໃນທີ່ສຸດຈຶ່ງໄດ້ມີການປິດລ້ອມຈັບກຸມ ແລະມ້າງຂະບວນການລາຍໃຫຍ່ຄັ້ງນີ້ໄດ້ ຈົນສຳເລັດ.

ເຈົ້າໜ້າທີ່ທ່ານດັ່ງກ່າວໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ພົນລະເມືອງດີທ່ານດັ່ງກ່າວກໍຄືທ່ານອື່ນໆ ທີ່ເຄີຍໄດ້ຊ່ວຍເປັນຫູເປັນຕາ ແລະຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນທຸກທ່ານ ຖ້າຫາກພົບເຫັນການ ເສບ ການຊື້-ຂາຍ ແລະມີຢາເສບຕິດໄວ້ໃນຄອບຄອງ ຈົ່ງໄດ້ແຈ້ງຕໍ່ເຈົ້າໜ້າທີ່ຂັ້ນເທິງເພື່ອຕິດຕາມກວດກາ ແລະທັບມ້າງຂະບວນການນີ້ໃຫ້ໝົດໄປຈາກ ແຜ່ນດິນລາວເທື່ອລະໜ້ອຍ ເພາະບັນຫາຢາເສບຕິດໄດ້ສ້າງຄວາມເສຍຫາຍ ອັນໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ ສັງຄົມຂອງລາວ ໂດຍສະເພາະແມ່ນຊັບພະຍາກອນມະນຸດ ມັນໄດ້ສ້າງໃຫ້ຊາວໜຸ່ມ-ເຍົາວະຊົນລາວ ເປັນຄົນເສຍທາດຂາດຄຸນ ສັງຄົມວຸ່ນວາຍ ແລະກະທົບເຖິງອະນາຄົດຂອງຊາດເຮົາພ້ອມ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...