spot_img
Homeຂ່າວຕ່າງປະເທດມຽນມ້າເປີດປະມູນຂາຍໄມ້ສັກ ແລະ ໄມ້ເນື້ອແຂງຫລາຍແສນໂຕນ

ມຽນມ້າເປີດປະມູນຂາຍໄມ້ສັກ ແລະ ໄມ້ເນື້ອແຂງຫລາຍແສນໂຕນ

Published on

MYANMAR-ENVIRONMENT-POLITICS-CRIME

 

ບໍລິສັດໄມ້ມຽນມ້າ (MTE) ເຊິ່ງເປັນວິສາຫະກິດຂອງລັດ ເປີດປະກວດລາຄາເພື່ອຈຳໜ່າຍໄມ້ສັກ ແລະ ໄມ້ເນື້ອແຂງ

ຈຳນວນຫລາຍແສນໂຕນ ກຳນົດຂາຍໃນວັນທີ 21 ຕຸລານີ້.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ບໍລິສັດໄມ້ມຽນມ້າ ໄດ້ຕັ້ງເປົ້າຈຳໜ່າຍໄມ້ສັກ, ໄມ້ເນື້ອແຂງ ແລະ ໄມ້ແປຮູບສຳ

ລັບໃຊ້ພາຍໃນປະເທດ ໃນປີງົບປະມານ 2014-2015 ເປັນຈຳນວນຫລາຍກ່ວາ 500,000 ໂຕນ ເຊິ່ງຈົນເຖິງເວລານີ້

ຈຳໜ່າຍໄປແລ້ວກ່ວາ 100,000 ໂຕນ ສ້າງລາຍຮັບໃຫ້ແກ່ລັດໄດ້ 35,000 ລ້ານຈ໊າດ (ປະມານ 289.5 ຕື້ກີບ).

 

ລັດຖະບານມຽນມ້າ ປະກາດຫ້າມເອກະຊົນສົ່ງອອກໄມ້ທ່ອນ ນັບຕັ້ງແຕ່ວັນທີ 1 ເມສາ 2015 ເປັນຕົ້ນມາ ເພື່ອປ້ອງ

ກັນການຕັດໄມ້ທຳລາຍປ່າ ແລະ ເພື່ອເປັນການຮັບປະກັນການໃຊ້ຊັບພະຍາກອນທຳມະຊາດຂອງປະເທດໃນໄລຍະ

ຍາວ.

 

ຢ່າງໃດກໍຕາມ ລັດຖະບານໄດ້ອະນຸຍາດໃຫ້ສົ່ງອອກໄມ້ແຜ່ນ ແລະ ຜະລິດຕະພັນຈາກໄມ້ທີ່ເພີ່ມເປັນມູນຄ່າແລ້ວໄດ້

ເພື່ອຫວັງສົ່ງເສີມການລົງທຶນຈາກຕ່າງປະເທດ ເຂົ້າໃນອຸດສາຫະກຳທີ່ໃຊ້ໄມ້ເຂົ້າໃນການຜະລິດເຕັກໂນໂລຊີ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...