spot_img
Homeຂ່າວຕ່າງປະເທດມຽນມາ ເລີ່ມນຳໃຊ້ ໜັງສືເດີນທາງ ແບບອີເລັກໂຕຣນິກ

ມຽນມາ ເລີ່ມນຳໃຊ້ ໜັງສືເດີນທາງ ແບບອີເລັກໂຕຣນິກ

Published on

ຂປລ.ຕາມຂ່າວ ຕ່າງປະເທດ, ມຽນມາ  ເລີ່ມນຳໃຊ້ ໜັງສື ເດີນທາງ ແບບອີເລັກໂຕຣນິກ(ອີ-ວີຊາ)ໃຫ້ກັບ ນັກທ່ອງທ່ຽວ ແລະ ນັກທຸລະກິດ ຢູ່ດ່ານ ຕິດກັບໄທ 3ແຫ່ງຄື: ທ່າຂີ້ເຫລັກ, ເມຍວາ​ດີ ​ແລະ​ ເກາະ​ສອງ ນັບ​ຕັ້ງແຕ່ ວັນທີ1 ກັນຍາປີນີ້ ເປັນຕົ້ນໄປ ໂດຍໄດ້ອອກ ອີ-ວີຊາ ໃຫ້ກັບ ນັກທ່ອງທ່ຽວ ຈາກ100ປະເທດ ທີ່ສະໜາມບິນ ສາກົນ ຢ່າງກຸ້ງ ກ່ອນຈະຂະຫຍາຍ ໄປຍັງ ສະໜາມບິນ ສາກົນ ມັນທະເລຍ ແລະ ສະນາມບິນ ສາກົນ ເນປີດໍ ໃນວັນທີ9 ພະຈິກປີນີ້ ຈາກນັ້ນ ຈະອອກ ໃຫ້ກັບ ນັກທຸລະກິດ ອີກ51ປະເທດ. ໃນໄລຍະ ເຄິ່ງປີ ຜ່ານມາ ມີຊາວຕ່າງປະເທດ ເດີນທາງ ເຂົ້າປະເທດນີ້ ບັນລຸ1,69 ລ້ານເທື່ອຄົນ ເພີ່ມຂຶ້ນ4% ໃນນີ້70% ເປັນຊາວໄທ, ຈີນ, ຍີ່ປຸ່ນ ແລະ ສິງກະໂປ ແລະ ສ່ວນທີ່ເຫລືອເປັນຊາວເອີຣົບ. ຂະນະທີ່ ມຽນມາ ຕັ້ງເປົ້າ ດຶງດູດ ນັກທ່ອງທ່ຽວ ໃຫ້ໄດ້ 5,5 ລ້ານເທື່ອຄົນ ໃນປີນີ້.

 

ທີ່ມາ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...