spot_img
Homeຂ່າວຕ່າງປະເທດມຽນມາ ເປີດອາຄານຜູ້ໂດຍສານຫລັງໃໝ່ ສະໜາມບິນສາກົນຢາງກຸ້ງ ຮອງຮັບຜູ້ໂດຍສານ 6 ລ້ານຄົນຕໍ່ປີ!

ມຽນມາ ເປີດອາຄານຜູ້ໂດຍສານຫລັງໃໝ່ ສະໜາມບິນສາກົນຢາງກຸ້ງ ຮອງຮັບຜູ້ໂດຍສານ 6 ລ້ານຄົນຕໍ່ປີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ມີນາຜ່ານມານີ້ວ່າ ໃນວັນເສົາທີ 12 ມີນາ 2016 ມຽນມາໄດ້ເປີດນຳໃຊ້ ອາຄານຜູ້ໂດຍສານຫລັງໃໝ່ ຂອງສະໜາມບິນສາກົນຢາງກຸ້ງ ພາຍໃຕ້ການເຂົ້າຮ່ວມຂອງ ທ່ານ ເທັນເຊັນ ປະທານາທິບໍດີມຽນມາ ພ້ອມດ້ວຍບັນດາຄະນະລັດຖະມົນຕີ ແລະ ທ່ານເອກອັກຄະລັດຖະທູດຈີນ ປະຈຳມຽນມາ.

ອາຄານຜູ້ໂດຍສານຫລັງໃໝ່ດັ່ງກ່າວ ສູງທັງໝົດ 3 ຊັ້ນ ປະກອບດ້ວຍຫ້ອງໂຖງຜູ້ໂດຍສານຂາເຂົ້າ ແລະ ຜູ້ໂດຍສານຂາອອກ ລວມທັງປະກອບມີສູນການຄ້າ ຊຶ່ງສາມາດຮອງຮັບຜູ້ໂດຍສານໄດ້ ປະມານ 6 ລ້ານຄົນຕໍ່ປີ.

ທັງນີ້ ປັດຈຸບັນສະໜາມບິນສາກົນຢາງກຸ້ງ ສາມາດຮອງຮັບຖ້ຽວບິນຂອງສາຍການບິນທ້ອງຖິ່ນ 30 ສາຍ ແລະ ສາຍການບິນລະຫວ່າງປະເທດອີກ 10 ສາຍ ດ້ວຍການໃຫ້ບໍລິການຜູ້ໂດຍສານ ຫລາຍກວ່າ 4 ລ້ານຄົນ ໃນປີ 2015 ຜ່ານມາ.
MYANMAR-ECONOMY-AVIATION-AIRPORT MYANMAR-ECONOMY-AVIATION-AIRPORT MYANMAR-ECONOMY-AVIATION-AIRPORT

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...