spot_img
Homeຂ່າວຕ່າງປະເທດມຽນມາ ຈະສັ່ງຊື້ເຮືອບິນສູ້ຮົບ JF-17 ສາຍພັນຈີນ ຢ່າງໜ້ອຍ 16 ລຳ

ມຽນມາ ຈະສັ່ງຊື້ເຮືອບິນສູ້ຮົບ JF-17 ສາຍພັນຈີນ ຢ່າງໜ້ອຍ 16 ລຳ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ພະຈິກນີ້ວ່າ ຄະນະນາຍທະຫານອາກາດມຽນມາ ທີ່ເດີນທາງໄປຮ່ວມງານ ແອຣຸ ໂຊວ໌ ໄຊນ່າ 2016 ທີ່ເມືອງຈູໄຫ ແຂວງກວາງຕຸ້ງ ສປ ຈີນ ໄດ້ມີການຢືນຢັນວ່າ ຈະມີການເຊັນສັນຍາຊື້ເຮືອບິນສູ້ຮົບ JF-17 (Joint Fighter-17) ຢ່າງໜ້ອຍ 16 ລຳ ຊຶ່ງເປັນຜົນງານການອອກແບບ ແລະ ພັດທະນາໂດຍ ກຸ່ມບໍລິສັດອາກາດສະຍານເສິງຕູ ຫລື CAC (Chengdu Aircraft Corporation) ແລະ ກຸ່ມບໍລິສັດຈີນດັ່ງກ່າວ ໄດ້ຮ່ວມກັນຜະລິດກັບ ບໍລິສັດ Pakistan Aeronautical Complex ຫລື PAC ຂອງປາກີສະຖານ ໂດຍການຈັດຊື້ດັ່ງກ່າວນີ້ ເປັນສ່ວນໜຶ່ງຂອງສັນຍາຂໍ້ຕົກລົງ ທີ່ເຊັນກັນລະຫວ່າງ ມຽນມາ, ປາກີສະຖານ ແລະ ສປ ຈີນ.

ເຮືອບິນສູ້ຮົບ JF-17 ຖືກອອກແບບໃຫ້ຕິດຕັ້ງອາວຸດ ຈຳນວນ 7 ແຫ່ງ ທີ່ກ້ອງປີກສອງຂ້າງ 4 ແຫ່ງ, ກ້ອງລຳຕົວເຮືອບິນ 1 ແຫ່ງ ແລະ ທີ່ປາຍປີກສອງຂ້າງອີກ 2 ແຫ່ງ ສາມາດບັນທຸກຍຸດໂທປະກອນໄດ້ສູງສຸດ 3.7 ໂຕນ, ເປັນເຮືອບິນທີ່ອອກແບບ ສຳລັບພາລະກິດໂຈມຕີ ແລະ ຖິ້ມລະເບີດ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...