ມຽນມາປະກາດ ຫ້າມຕັດໄມ້ສາຍພູພະໂຄ 10 ປີ ພ້ອມງົດອອກໂກຕ້າໄມ້ ໃຫ້ເອກະຊົນເພີ່ມ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ກໍລະກົດຜ່ານມານີ້ວ່າ ນັບແຕ່ລັດຖະບານຊຸດໃໝ່ ເຂົ້າມາບໍລິຫານປະເທດ ເມື່ອເດືອນເມສາປີນີ້ເປັນຕົ້ນມາ ທາງການມຽນມາ ສາມາດຈັບກຸມ ແລະ ລົງໂທດຜູ້ກະທຳຜິດ ລັກລອບຕັດໄມ້ຢູ່ເຂດພະໂຄ ລວມທັງໝົດ 300 ຄົນ, ຍຶດໄມ້ຜິດກົດໝາຍໄດ້ 1,800 ໂຕນ ແລະ ລົດທີ່ໃຊ້ໃນການກະທຳຜິດອີກ 128 ຄັນ ຊຶ່ງຕົວເລກດັ່ງກ່າວ ແມ່ນຫລາຍກວ່າປີກາຍນີ້ເຖິງ 2 ເທົ່າ.

ທັງນີ້ ເນື່ອງຈາກລັດຖະບານມຽນມາ ໄດ້ເພີ່ມມາດຕະການປົກປັກຮັກສາປ່າໄມ້ ຢູ່ເຂດດັ່ງກ່າວນີ້ ດ້ວຍການປະກາດ ຫ້າມຕັດໄມ້ຕາມສາຍພູພະໂຄ ທາງພາກກາງຂອງປະເທດ ເປັນເວລາ 10 ປີ ແລະ ຈະບໍ່ມີການອອກໂກຕ້າຕັດໄມ້ ໃຫ້ແກ່ບໍລິສັດຂອງເອກະຊົນອີກ.

 

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!