spot_img
Home​ຂ່າວບັນເທິງເປີດເສິກນ້ຳລາຍ ຂອງອະດີດຄູ່ຮັກຄົນດັງ "ຈັສຕິນ ບີເບີຣ ກັບ ເຊເລນາ ໂກເມຊ"

ເປີດເສິກນ້ຳລາຍ ຂອງອະດີດຄູ່ຮັກຄົນດັງ “ຈັສຕິນ ບີເບີຣ ກັບ ເຊເລນາ ໂກເມຊ”

Published on

ເປັນເສິກນ້ຳລາຍຜ່ານໂລກໂຊຊຽວທີ່ເຮັດໃຫ້ຊາວເນັດເກາະກະແສກັນເປັນແຖວລະຫວ່າງຄົນຮັກເກົ່າ ຢ່າງ “ຈັສຕິນ ບີເບີຣ” ນັກຮ້ອງໜຸ່ມຊື່ດັງ ກັບ “ເຊເລນາ ໂກເມຊ” ຕ່າງຝ່າຍຕ່າງສາດໃສ່ກັນໄປມາຢ່າງເພັດມັນ

ຄູ່ຮັກໆ ເລີກໆ ກັນມາຫຼາຍຄັ້ງຢ່າງ ຈັສຕິນ ບີເບີຣ ແລະ ເຊເລນາ ໂກເມຊ ໄດ້ກາຍເປັນຄູ່ຮັກຄູ່ແຄ້ນກັນຢ່າງເປັນທາງການ ພາຍຫຼັງເປີດເສິກປະທະກັນຜ່ານທາງອິນສະຕາແກຣມ ຫຼັງຈາກທີ່ ຈັສຕິນ ບີເບີຣ ເມີນແຟນຄລັບ ພ້ອມຂູ່ຈະຕັ້ງອິນສະຕາແກຣມເປັນລະບົບສ່ວນຕົວ ຫຼັງພົບແຟນຄລັບກະໜ່ຳສົ່ງຄອມເມັ້ນດ່າສາວທີ່ເຂົາກຳລັງຄົບຫາໃນຕອນນີ້ຢ່າງ ໂຊເຟຍ ຣີຊຊີ້

ໂດຍ ເຊເລນາ ໄດ້ສະແດງຄວາມເຫັນເຕືອນ ຈັສຕິນ ກ່ອນທີ່ທັງຄູ່ຈະເລີ່ມປະທະເດືອດໃສ່ກັນໃນອິນສະຕາແກຣມ ຈົນຝ່າຍຊາຍຕ້ອງອອກມາເຜີຍຄວາມໃນວ່າ ເຊເລນາເອງກໍ່ເປັນຝ່າຍນອກໃຈເຂົາໄປຫາ ເຊຍນ໌ ມາລິກ ເຊັ່ນດຽວກັນ

ເລື່ອງລາວໄດ້ເລີ່ມຕົ້ນຈຶ້ນເມື່ອອາທິດທີ່ຜ່ານມາ ເມື່ອ ຈັສຕິນ ບີເບີຣ ໄດ້ຊ໊ອກແຟນຄລັບທີ່ຕິດຕາມໃນອິນສະຕາແກຣມເຂົາຫຼາຍກວ່າ 77.7 ລ້ານຄົນ ຫຼັງຈາກທີ່ເຂົາໂພສຕ໌ພາບຄູ່ກັບ ໂຊເຟຍ ລົງອິນສະຕາແກຣມກ່ອນຈະມີແຟນຄລັບເຂົ້າມາວິຈານຢ່າງໜັກ ໂດຍພາບຄູ່ທີ່ເຂົາໂພສຕ໌ລົງແມ່ນພາບຂາວ – ດຳ ລະຫວ່າງເຂົາກັບໂຊເຟຍ ນັ່ງຢູ່ໃນລົດນຳກັນ

ເຊິ່ງຈັສຕິນ ບີເບີຣຂຍນໂຕ້ຕອບວ່າ “ຂ້ອຍຈະຕັ້ງອິນສະຕາແກຣມຂ້ອຍເປັນແບບສ່ວນຕົວແລ້ວເດີ້ ຖ້າພວກເຈົ້າບໍ່ຢຸດສົ່ງຂໍ້ຄວາມກຽດຊັງມາ ຖ້າພວກເຈົ້າເປັນແຟນຄລັບຂ້ອຍແທ້ໆ ພວກເຈົ້າກໍ່ຈະບໍ່ເຮັດສິ່ງ ບໍ່ດີໃສ່ກັບຄົນທີ່ຂ້ອຍຮັກ”

ການຕອບໂຕ້ແຟນຄລັບຂອງ ຈັສຕິນ ບີເບີຣ ຕໍ່ແຟນໆ ກໍ່ເຮັດໃຫ້ ເຊເລນາ ໂກເມຊ ເຈົ້າແມ່ໂຊຊຽວ ມືວາງອັນດັບໜຶ່ງຂອງອິນສະຕາແກຣມເວລານີ້ເຖິງກັບຢູ່ເສີຍບໍ່ໄດ້ເລີຍໄດ້ຂຽນຂໍ້ຄວາມເຕືອນສະຕິອະດີດແຟນໜຸ່ມທັນທີວ່າ “ຖ້າເຈົ້າບໍ່ສາມາດຮັບມືກັບຄວາມກຽດຊັງໄດ້ກໍ່ເລີກໂພສຕ໌ພາບແຟນຕົວສະ ມັນຄວນເປັນເລື່ອງພິເສດຂອງພວກເຈົ້າສອງຄົນເທົ່ານັ້ນ ຢ່າຄຽດໃຫ້ແຟນຄລັບເລີຍ ເພາະພວກເຂົາຮັກເຈົ້າເດີ້”

ສ່ວນ ຈັສຕິນ ບີເບີຣ ກໍ່ຕອບກັບດ້ວຍຂໍ້ຄວາມ ແສບໆ ຄັນໆ ວ່າ: “ຕະລົກດີໄດ້ເຫັນຄົນທີ່ໃຊ້ຂ້ອຍເປັນເຄື່ອງມືຮຽກຮ້ອງຄວາມສົນໃຈແລ້ວຍັງພະຍາຍາມຕໍ່ວ່າຂ້ອຍອີກ ໜ້າເສົ້າ! ຮັກທຸກຄົນ! ຂ້ອຍບໍ່ແມ່ນໜຶ່ງໃນພວກທີ່ຍອມຮັບຄວາມກຽດຊັງ ຫັວງວ່າພວກເຈົ້າຈະໃຈດີຕໍ່ເພື່ອນຂ້ອຍ ແລະ ສຸພາບຕໍ່ກັນ ແລະ ກັນ ແລະ ແນ່ນອນຂ້ອຍຮັກບີລິຟເບີຂອງຂ້ອຍ”

ສ່ວນທາງດ້ານ ເຊເລນາ ໂກເມຊ ກໍ່ຕອບກັບແບບສຸດແສບເຊັ່ນກັນ: ຕະລົກດີທີ່ເຫັນຄົນນອກໃຈຫຼາຍຄັ້ງ ມາມຸ້ງເປົ້າໃສ່ຄົນທີ່ເຄີຍໃຫ້ອະໄພ ແລະ ເປັນກຳລັງໃຈສະໜັບສະໜູນມາຕະຫຼອດ ບໍ່ສົງໃສເລີຍວ່າ ເປັນຫຍັງແຟນໆ ຈິ່ງຄຽດ ໜ້າເສົ້ານຳທີ່ຮັກ! 

ຈາກນັ້ນ ຈັສຕິນ ກໍ່ຕອບກັບແບບແສໝົດເປືອກທັນທີວ່າ: ຂ້ອຍນອກໃຈຫວາ! ຂ້ອຍລືມເລື່ອງເຈົ້າກັບເຊຍນ໌ເລີຍ?”

ຫຼັງການໂຕ້ຕອບຢ່າງດຸເດັດເຜັດມັນ ດ້ານເຊເລນາ ກໍ່ພຽງໂພສຕ໌ພາບຂອງນາງທີ່ຖ່າຍຮ່ວມກັບແຟນຄລັບ ພ້ອມຂຶ້ນຂໍ້ຄວາມວ່າ ເຈົ້າມີຄວາມໝາຍທີ່ສຸດ ຂອບໃຈຫຼາຍໆທີ່ໃຫ້ຂ້ອຍໄດ້ເຮັດໃນສິ່ງທີ່ຂ້ອຍຮັກທຸກໆມື້

303 404 505.1 606

ຂ່າວຈາກ: http://www.manager.co.th/Entertainment/ViewNews.aspx?NewsID=9590000081630

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...