spot_img
Homeຂ່າວພາຍ​ໃນມູນນິທິຊ່ວຍເຫຼືອຄົນທຸກຍາກສາຂາຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ມູນນິທິຊ່ວຍເຫຼືອຄົນທຸກຍາກສາຂາຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

Published on

ມູນນິທິຊ່ວຍເຫຼືອຄົນທຸກຍາກສາຂາຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

 

ໃນຕອນເຊົ້າຂອງວັນທີ 27 ກຸມພາ 2013 ທີ່ວັດພຸດທະສະຖານທຳມະເທວາສັນຕະຈິດໂຕ ບຸບຜາວາຣະຣາມ (ບ້ານໂພນສະ
ຫວັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ) ນຳໂດຍພຣະອາຈານ ພົງສະຫວັນ ອານຸສິມ ສັນຕະຈິດໂຕ ເຈົ້າອະທິການວັດ ໄດ້
ນຳເອົາເຄື່ອງນຸ່ງຫົ່ມຈຳນວນ 80 ແກັດ ມູນຄ່າ 40 ກວ່າລ້ານກີບ ທີ່ໄດ້ຮັບບໍລິຈາກຂອງບໍລິສັດ ບູຢອງ ຈຳກັດ ເພື່ອຊ່ວຍເຫຼືອ
ປະຊາຊົນຜູ້ທຸກຍາກຢູ່ແຂວງຫຼວງນ້ຳທາ ໂດຍແມ່ນທ່ານ ມິນ ສີວິໄລ ຫົວໜ້າສາຂາມູນນິທິຊ່ວຍເຫຼືອຄົນທຸກຍາກປະຈຳແຂວງ
ຫຼວງນ້ຳທາ ເປັນຜູ້ກ່າວຮັບ ເຄື່ອງດັ່ງກ່າວມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາຫຼວງນ້ຳທາ ໄດ້ເຄື່ອນໄຫວ
ຕາມພາລະບົດບາດໃນການຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ຜູ້ເສຍອົງຄະຕ່າງໆ ຕາມເງື່ອນໄຂທີ່ໄດ້ຮັບບໍລິຈາກ ເປັນຕົ້ນແມ່ນໄດ້
ຮັບບໍລິຈາກເຄື່ອງນຸ່ງຫົ່ມຈາກບໍລິສັດ ບູຢອງ ຈຳກັດ ຫຼາຍຄັ້ງ ມາເຖິງປັດຈຸບັນໄດ້ມອບໃຫ້ແຂວງພາກກາງ ແລະ ພາກໃຕ້ ແລະ
ຈະສືບຕໍ່ມອບໃຫ້ແຂວງພາກເໜືອ ນອກນັ້ນຍັງໄດ້ມອບໃຫ້ອົງການຈັດຕັ້ງຂອງລັດຈຳນວນໜຶ່ງ ໂດຍແມ່ນພະນັກງານລົງຮາກ
ຖານຕາມທ້ອງຖິ່ນຕ່າງໆ ແລະ ໄດ້ນຳເອົາເຄື່ອງດັ່ງກ່າວ ໄປແຈກຍາຍໃຫ້ປະຊາຊົນຜູ້ທຸກຍາກ ຕາມເງື່ອນໄຂຕົວຈິງ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...