spot_img
Homeຂ່າວພາຍ​ໃນມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 8 ປີ 2023

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 8 ປີ 2023

Published on

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 8 ປີ 2023 ບັນລຸໄດ້ ປະມານ 980 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ປະມານ 446 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 534 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 88 ລ້ານໂດລາສະຫະລັດ. ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ 8 ປີ 2023 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ

ສິນຄ້າສົ່ງອອກທັງໝົດ ປະມານ 446 ລ້ານໂດລາສະຫະລັດໃນນີ້, ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ​​ເກືອກາລີ ປະມານ 65 ລ້ານໂດລາສະຫະລັດ, ຄໍາປະສົມ-ຄຳແທ່ງ ປະມານ 59 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ປະມານ 39 ລ້ານໂດລາສະຫະລັດ, ແຮ່ທອງ ປະມານ 35 ລ້ານໂດລາສະຫະລັດ, ນໍ້າຕານ ປະມານ 29 ລ້ານໂດລາສະຫະລັດ, ຢາງພາລາ ປະມານ 26 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 23 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ປະມານ 21 ລ້ານໂດລາສະຫະລັດ, ແຮ່ເຫຼັກ ປະມານ 19 ລ້ານໂດລາສະຫະລັດ, ໝາກກ້ວຍ ປະມານ 13 ລ້ານໂດລາສະຫະລັດ.

ສິນຄ້ານຳເຂົ້າທັງໝົດ ປະມານ 534 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້ານໍາເຂົ້າ 10 ອັນດັບ ໄດ້ແກ່: ນ້ຳມັນກາຊວນ ປະມານ 58 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ ປະມານ 56  ລ້ານໂດລາສະຫະລັດ, ພາຫະນະທາງບົກ ປະມານ 43 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ-ເຫຼັກກ້າ ປະມານ 37 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ ປະມານ 22 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 18 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ປະມານ 17 ລ້ານໂດລາສະຫະລັດ, ນໍ້າມັນແອັດຊັງ ປະມານ 17 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ປະມານ 16  ລ້ານໂດລາສະຫະລັດ, ເຄື່ອງດື່ມ ປະມານ 12 ລ້ານໂດລາສະຫະລັດ.

ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ໄດ້ແກ່: ຈີນ ປະມານ 210 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 77 ລ້ານໂດລາສະຫະລັດ, ໄທ ປະມານ 54 ລ້ານໂດລາສະຫະລັດ, ອົດສະຕາລີ ປະມານ 38 ລ້ານໂດລາສະຫະລັດ ແລະ ເຢຍລະມັນ ປະມານ 10 ລ້ານໂດລາສະຫະລັດ.

ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບ ໄດ້ແກ່: ໄທ ປະມານ 240 ລ້ານໂດລາສະຫະລັດ, ຈີນ ປະມານ 175 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 25 ລ້ານໂດລາສະຫະລັດ, ສະຫະລັດອາເມລິກາ ປະມານ 19 ລ້ານໂດລາສະຫະລັດ ແລະ ຢີ່ປຸ່ນ ປະມານ 15 ລ້ານໂດລາສະຫະລັດ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...