ມຸສລິມໂຣຮິນຈາ ບຸກໂຈມຕີດ່ານຕຳຫຼວດກວ່າ 20 ແຫ່ງໃນລັດຍະໄຂ່

ຖະແຫຼງການຂອງສຳນັກງານທີ່ປຶກສາແຫ່ງລັດຂອງທ່ານ ນາງ ອອງ ຊານ ຊູ ຈີ ລະບຸວ່າ ເກີດເຫດກຸ່ມມຸສລິມໂຣຮິນຈາ ກວ່າ 120 ຄົນໂຈມຕີດ່ານຕຳຫຼວດກວ່າ 20 ແຫ່ງໃນລັດຍະໄຂ່ ກອງທັບຈິ່ງຈຳເປັນຕ້ອງໄດ້ນຳກອງກຳລັງອອກປາບປາມ ສົ່ງຜົນໃຫ້ມີຜູ່ເສຍຊີວິດຢ່າງໜ້ອຍ 71 ຄົນ ເປັນຜູ່ກໍ່ການຮ້າຍ 59 ຄົນ ເຈົ້າໜ້າທີ່ຕຳຫຼວດ ແລະ ທະ ຫານລວມກັນ 12 ຄົນ

ເຖິງຢ່າງໃດກໍ່ຕາມ ທາງການມຽນມາຍັງບໍ່ຍັງບໍ່ໄດ້ຢັ້ງຢືນວ່າກຸ່ມກໍ່ການຮ້າຍນັ້ນເປັນສະມາຊິກຂອງກອງທັບກອບກູ້ໂຣຮິນຈາລັດຍະໄຂ່ (ເອອາຣເອສເອ) ເຊິ່ງມີແຫລ່ງສຸມກຳລັງຢູ່ເທິງພູເມຍູ ທາງພາກເໜືອຂອງລັດຍະໄຂ່