spot_img
Homeຂ່າວພາຍ​ໃນມື້ນີ້ລາວຕິດເຊື້ອໂຄວິດ-19 ໃນຊຸມຊົນ 81 ຄົນ, ເສຍຊີວິດເພີ່ມ 1 ຄົນ

ມື້ນີ້ລາວຕິດເຊື້ອໂຄວິດ-19 ໃນຊຸມຊົນ 81 ຄົນ, ເສຍຊີວິດເພີ່ມ 1 ຄົນ

Published on

ລາວຕິດເຊື້ອໂຄວິດ-19 ໃນຊຸມຊົນສູງເຖິງ 81 ຄົນໃນມື້ນີ້, ໜັກກວ່າໝູ່ແມ່ນຈຳປາສັກ ສູງເຖິງ 54 ຄົນ, ບໍ່ແກ້ວ 6 ຄົນ, ສະຫວັນນະເຂດ 6 ຄົນ, ຫຼວງພະບາງ 3 ຄົນ, ບໍລິຄຳໄຊ 3 ຄົນ, ຄຳມ່ວນ 2 ຄົນ, ອຸດົມໄຊ 2 ຄົນ, ແຂວງວຽງຈັນ 2 ຄົນ, ນະຄອນຫຼວງວຽງຈັນ, ໄຊຍະບູລີ, ແລະໄຊສົມບູນ ແຂວງລະ 1 ຄົນ. ໃນນັ້ນ, ມີຄົນເຈັບເສຍຊີວິດເພີ່ມ 1 ລາຍ.

ທ່ານ ດຣ. ສີສະຫວາດ ສຸທານີລະໄຊ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວມື້ນີ້ວ່າ: ທາງການໄດ້ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 146 ຄົນ, ໃນນັ້ນ 81 ຄົນແມ່ນຕິດເຊື້ອໃນຊຸມຊົນ, ຂະນະທີ່ກໍລະນີນຳເຂົ້າ 65 ຄົນ ເຊິ່ງເປັນແຮງງານທີ່ເດີນທາງກັບຈາກປະເທດໄທ. ພ້ອມກັນນັ້ນ, ກໍມີລາຍງານເສຍຊີວິດເພີ່ມ 1 ຄົນໃນຕອນເຊົ້າຂອງມື້ນີ້, ເຊິ່ງເປັນເພດຊາຍ ອາຍຸ 45 ປີ, ຢູ່ບ້ານນາເມັກ, ເມືອງຄົງເຊໂດນ, ແຂວງສາລະວັນ ຜູ້ກ່ຽວເດີນທາງກັບຈາກປະເທດໄທໃນວັນທີ 14 ສິງຫາ ໄດ້ກັກໂຕຢູ່ສູນຈຳກັດບໍລິເວນທີ່ແຂວງສາລະວັນ.

ປັດຈຸບັນ, ລາວມີຜູ້ຕິດເຊື້ອໂຄວິດສະສົມທັງໝົດ 15.605 ຄົນ, ເສຍຊີວິດ 15 ລາຍ, ກຳລັງປິ່ນປົວ 5.463 ຄົນ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...