ມີແຜນທີ່ຈະສົ່ງ ຍານອະວະກາດ ໄປຍັງ ດາວອັງຄານ ໃນປີ 2018

ອົງການອະວະກາດ ສະຫະລັດ ຫຼື NASA ໄດ້ປະກາດ ກ່ຽວ​ກັບວັນເວລາ ​ໃນການສົ່ງຍານອະວະກາດ ໄປຍັງດາວອັງຄານໃນເດືອນພຶດສະພາ ປີ​ 2018​ ເພື່ອປະຕິບັດ​ງານ​ໃນການສຶກສາໂຄງສ້າງ ທາງພາຍໃນຂອງດາວ​ດັ່ງກ່າວ ແລະ ພະຍາຍາມທີ່ຈະເຂົ້າໃຈຢ່າງເລິກເຊິ່ງ ວ່າ ດາວ​​ອັງຄານ​ ແລະ ດາວເຄາະອື່ນໆທີ່ເປັນພູຜາ ເໝືອນກັນກັບໂລກ​ເຮົາ​ນີ້ກໍ່​ໂຕ​ຂຶ້ນມາໄດ້ແນວໃດ.

ຄວນ​ຈະ​ມີ​ການ​ສົ່ງຍານອະວະກາດ ຂຶ້ນ​ໄປ​ປະຕິບັດ​ງານ ໃນເດືອນນີ້ ແຕ່ ອົງການ NASA ກ່າວວ່າ ຕົນຈະຕ້ອງສ້ອມແປງອຸປະກອນຂອງ ຝຣັ່ງທີ່​ຮົ່ວ ທີ່ຈະໄດ້ຖືກນຳໃຊ້ ເພື່ອວັດແທກຄວາມ​ສັ່ນ​ສະ​ເທືອ​ນຂອງຜືນແຜ່ນດິນ ຢູ່ດາວອັງຄານ. ອຸປະກອນດັ່ງກ່າວ ແມ່ນໄດ້ຖືກສ້າງຂຶ້ນຄືນໃໝ່ ແລະ ຫຼັງຈາກ​ໄດ້​ມີ​ການ​ຊັກ​ຊ້າ​ໃນ​ການປະຕິບັດ​ງານມາໄດ້ສອງປີແລ້ວ ກໍມີເປົ້າໝາຍຂອງວັນເວລາການລົງຈອດ ຢູ່ດາວອັງຄານ ໃນເດືອນພະຈິກ ປີ 2018.

ຍານສຳຫຼວດ ທີ່​ມີ​ການ​ລຳລຽງ​ໄປ​ໃນຍານອະວະກາດ ຈະ​ເຈາະ​ລົງ​ໄປ ​ໃນ​ພື້ນຜິວ​ຂອງດາວອັງຄານ ໄລຍະ 5 ແມັດ ເພື່ອວັດແທກການປ່ຽນແປງຂອງອຸນຫະພູມ. ອົງການນາຊາ ກ່າວວ່າ ບໍ່ມີອຸປະກອນໃດ ທີ່ເຄີຍ​ເຈາະເຂົ້າໄປເລີກຂະໜາດນັ້ນ ຢູ່ທີ່ດາວອັງຄານ.

ລະບົບທີສາມ ຈະສັງເກດການເບິ່ງ ວິທີການ ທີ່ແຮງດຶງດູດຂອງດວງອາທິດ ມີ​ຕໍ່ດາວເຄາະໜ່ວຍ​ນີ້ ແລະ ຕໍ່​ເດືອນນ້ອຍສອງໜ່ວຍ ທີ່ໂຄຈອນອ້ອມດາວອັງຄານນັ້ນ.

ທ່ານ John Grunsfeld ຜູ້ບໍລິຫານງານຮ່ວມ ຂອງຄະນະບັນຊາການ ພາລະກິດດ້ານວິທະຍາສາດ ຂອງອົງການນາຊາ ຢູ່ທີ່ວໍຊິງຕັນ ໄດ້ກ່າວວ່າ “ການສະແຫວງຫາ ຄວາມເຂົ້າໃຈເລິກ​ລົງ​ໄປ​ໃນ​ພື້​ນຜິວ ຂອງດາວອັງຄານ ໄດ້ເປັນເປົ້າໝາຍ ທີ່ຍັງຄົງຄ້າງຢູ່ເປັນເວລາຫຼາຍທົດສະວັດ ຂອງບັນດານັກວິທະຍາສາດ ທີ່​ສຶກສາດ້ານດາວເຄາະ.
ພວກເຮົາ ມີຄວາມຕື່ນເຕັ້ນ ທີ່ຈະໄດ້ກັບ​ໄປ​ສູ່ເສັ້ນທາງ ​ໃນການສົ່ງຍານ​ອະວະ​ກາດຊຶ່ງ​ເວລາ​ນີ້ ​ແມ່ນ ໃນປີ 2018.”

 

ຂໍ້ມູນຈາກ http://lao.voanews.com/