Homeຂ່າວຕ່າງປະເທດທ່ານ Sanders ຊະນະທ່ານນາງ Clinton ໃນການແຂ່ງຂັນ ເລືອກຕັ້ງຂັ້ນຕົ້ນ ທີ່ລັດ Michigan

ທ່ານ Sanders ຊະນະທ່ານນາງ Clinton ໃນການແຂ່ງຂັນ ເລືອກຕັ້ງຂັ້ນຕົ້ນ ທີ່ລັດ Michigan

Published on

ທ່ານ Sanders ຊະນະທ່ານນາງ Clinton ໃນການແຂ່ງຂັນ ເລືອກຕັ້ງຂັ້ນຕົ້ນ ທີ່ລັດ Michigan

ໃນການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ທຸກໆ ສາຍຕາແມ່ນໄດ້ເຝົ້າຕິດຕາມການລົງຄະແນນສຽງໃນສອງລັດ ໃຫຍ່ເມື່ອວັນອັງຄານທີ່ຜ່ານມາ. ທ່ານ Bernie Sanders ຈາກ ພັກເດໂມແຄຣັດ ໄດ້ຮັບໄຊຊະນະຢ່າງຫວຸດຫວິດຈາກຜູ້ມີຄະ ແນນນຳໜ້າຂອງພັກ ທ່ານນາງ Hilary Clinton ໃນການເລືອກ ຕັ້ງຂັ້ນຕົ້ນທີ່ລັດ Michigan ເມື່ອວັນອັງຄານທີ່ ຜ່ານມາ, ເປັນ ການຕໍ່ຊີວິດໃໝ່ໃນການໂຄສະນາຫາສຽງຂອງທ່ານເຊິ່ງມີຄວາມ ຂັດແຍ້ງຕໍ່ລັດຖະບານ. ທ່ານນາງ Clinton ໄດ້ເອົາຊະນະທ່ານ Sanders ຢ່າງງ່າຍດາຍໃນລັດ Mississippi. ໃນຂະນະດຽວກັນ ທ່ານ Donald Trump ຈາກພັກຣີພັບບລີກັນ ​ແມ່ນສືບຕໍ່ໄດ້ຮັບ ໄຊຊນະ ຢູ່ໃນທັງສອງລັດ ​ເຊິ່ງເປັນການຍັບໃກ້ເຂົ້າອີກກ້າວໜຶ່ງ ຕໍ່ການຖືກສະເໜີຊື່​ໃຫ້ຕາງໜ້າພັກ ໃນການລົງແຂ່ງຂັນເລືອກຕັ້ງເອົາຕຳແໜ່ງປະທານາທິບໍ ດີຂອງທ່ານ.  ມີບົດສະຫຼຸບກ່ຽວ​ກັບຜົນການ ແຂ່ງຂັນ ໃນວັນອັງ ຄານທີ່ຜ່ານມາ ຈາກນະຄອນຫຼວງ ວໍຊິງຕັນ ເຊິ່ງ ພຸດທະສອນ ຈະນຳ ເອົາລາຍລະອຽດມາ ສະເໜີທ່ານ ເຊີນທ່ານຮັບຟັງໄດ້.

 

ແຫລ່ງຂ່າວຈາກ: http://lao.voanews.com/

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...