Homeຂ່າວຕ່າງປະເທດ20 ປະ​ເທດ​ຮ່ວມ​​ ຊ້ອມ​ຮົບ​ຢູ່​ ຊາ​ອຸ​ດິດອາຣັບບີ

20 ປະ​ເທດ​ຮ່ວມ​​ ຊ້ອມ​ຮົບ​ຢູ່​ ຊາ​ອຸ​ດິດອາຣັບບີ

Published on

ຊາ​ອຸ​ດິດອາຣັບບີປິ​ດສາກ​ເປັນ​ເຈົ້າພາບ​ການ​ຊ້ອມ​ຮົບ​ຄັ້ງ​ໃຫຍ່​ສຸດ​ຢູ່​ຕາ​ເວັນ​ອອກ​ກາງ​ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ ​ໂດຍ​ມີ 20 ປະ​ເທດ​ເຂົ້າຮ່ວມ.

ຕາມ​ຂ່າວ​ຕ່າ​ງປະ​ເທດ​ລາຍ​ງານ​ວ່າ ຊາ​ອຸ​ດິດອາຣັບບີ​ປິ​ດສາ​ກການ​ເປັນ​ເຈົ້າ​ພາ​ບຊ້ອມ​ຮົບ​ຮ່ວມ​ກັນ​ຄັ້ງ​ໃຫຍ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ໃນ​ວັນ​ທີ 10 ມີນາ​ທີ່​ຜ່ານ​ມາ ​ໂດຍ​ກອງທັບ​ຂອງ​ປະ​ເທດ​ຕ່າງໆ​ນໍາອາວຸດ​ຍຸດ​ໂທ​ປະກອນ​ເຂົ້າ​ຮ່ວມ​ທົດ​ລອງ​ຢ່າງ​ໜາ​ແໜ້ນ, ຊຶ່ງ​ການ​ຊ້ອມ​ຮົບ​ເປັນ​ເວລາ 12 ມື້ ພາຍ​ໃຕ້​ລະຫັດ“​ເນີ​ເທິ​ນທັນ​ເດີ” ມີ​ຂຶ້ນ​ຢູ່​ພື້ນ​ທີ່​ທະ​ເລ​ຊາຍ​ຂອງ​ເມືອງ​ຮາ​ຟ ອັລ-ບາ​ຕິນ ປະມານ 500 ກິ​ໂລ​ແມັດ ທາງ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ນະຄອນຣິຍາດ​ໃກ້​ເຂດ​ຊາຍ​ແດນ​ກູ​ເວດ ​ແລະ ອີຣັກ ​ໂດຍ​ມີ​ກອງທັບ 20 ປະ​ເທດ​ຈາກ​ຕາ​ເວັນ​ອອກ​ກາງ, ອາ​ຟຣິກາ ​ແລະ ອາຊີ ​ເຂົ້າ​ຮ່ວມ ລວມ​ເຖິງ ປາ​ກິດ​ສະຖານ, ມາ​ເລ​ເຊຍ, ຕວັກ​ກີ, ​ເອຢິບ, ​ໂມຣອັກ​ໂກ, ຈໍ​ແດນ ​ແລະ ຊູ​ດັງ ຊຶ່ງ​ແຕ່ລະ​ປະ​ເທ​ດ​ໄດ້​ນຳ​ອາວຸດ​ຮຸ່ນ​ໃໝ່​ຫຼາກຫຼາຍ​ຊະນິດ​ເຂົ້າ​ຮ່ວມ​ທົດ​ລອງ.

   ​ເຈົ້າ​ໜ້າ​ທີ່​ຊາ​ອຸ​ດິດອາຣັບບີ​ກ່າວ​ວ່າ ການ​ຊ້ອມ​ຮົບ​ໃນ​ຄັ້ງ​ນີ້​ນັບ​ເປັນ​ຄັ້ງ​ສຳຄັນ​ສຸດ ​ແລະ ​ໃຫຍ່​ທີ່​ສຸດ​ໃນປະ ຫວັດສາດ​ຂອງ​ພາກ​ພື້ນ ​ໃນ​ວັນ​ທີ 10 ມີນາ​ຊຶ່ງ​ເປັນ​ມື້​ສຸດ​ທ້າຍ ມີ​ການ​ຈຳລອງ​ເຫດການ​ສູ້​ຮົບ​ເໝືອນ​ຈິງ​ເປັນ​ເວລາ 2 ຊົ່ວ​ໂມງ ​ໂດຍ​ຝູງ​ບິນ​ຮົບ​ຂັບ​ໄລ່, ​ເຮ​ລິ​ກອບ​ແຕ​ໂຈມ​ຕີ​ລົດ​ຖັງ ​ແລະ ປືນ​ໃຫຍ່.

 

ແຫລ່ງຂ່າວຈາກ: http://www.sedthakid.la/

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...