spot_img
Homeຂ່າວຕ່າງປະເທດມີຜູ້ເສຍຊີວິດ 8 ລາຍຈາກເຫດການໂກລາຫົນໃນສະໜາມບິນກາບູນ

ມີຜູ້ເສຍຊີວິດ 8 ລາຍຈາກເຫດການໂກລາຫົນໃນສະໜາມບິນກາບູນ

Published on

ເວັບໄຊ Daily Mail ລາຍງານ: ສະຫະລັດອາເມລິກາໄດ້ໃຊ້ຍົນເຮລີກັອບເຕີ ຂອງກອງທັບລຳລຽງພົນລະເມືອງ ຂອງຕົນອອກຈາກອາຟການິດສະຖານ ພາຍຫຼັງກຸ່ມຕາລີບານເຂົ້າຢຶດເມືອງຫຼວງຂອງປະເທດ ໃນວັນອາທິດຜ່ານມາ ເຮັດໃຫ້ປະຊາຊົນອາຟການິດສະຖານຫຼາຍຮ້ອຍຄົນຫວັງອອກໄປໃຊ້ຊີວິດຢູ່ນອກປະເທດຕັດສິນໃຈເກາະຕິດກັບຍົນ ເຮັດໃຫ້ມີຄົນຕົກລົງມາເສຍຊີວິດສາມລາຍຂະນະທີ່ຍົນລຳດັ່ງກ່າວພວມທະຍານອອກຈາກຣັນເວ ເຊິ່ງທາງກອງທັບຈຳເປັນຕ້ອງຢຸດຕິການເດີນທາງ ພ້ອມປ່ຽນຕາຕະລາງບິນໄປມື້ໃໝ່.

ເຮືອບິນ C-17 ເຮັດໜ້າທີ່ລຳລຽງພົນລະເຮືອນສະຫະລັດອາເມລິກາຈະເລີ່ມດຳເນີນການຄືນໃໝ່ອີກຄັ້ງໃນວັນອັງຄານນີ້ ພາຍຫຼັງການເດີນທາງໃນມື້ວັນຈັນປະສົບຄວາມຫຼົ້ມເຫຼວ ເນື່ອງຈາກມີຜູ້ເສຍຊີວິດເຖິງ 8 ລາຍໃນວັນດຽວຈາກເຫດການສົນລະວົນໃນສະໜາມບິນ ໃນນັ້ນ ທະຫານຂອງສະຫະລັດອາເມລິກາຖືກຍິງເສຍຊີວິດ 2 ລາຍ, ເຄື່ອງບິນໄອພົ່ນຕຳກັນເທິງອາກາດ 3 ລາຍ ແລະ ປະຊາຊົນອາຟການິດສະຖານ 3 ລາຍເສຍຊີວິດຍ້ອນຕົກລົງມາຈາກຍົນຂະນະທີ່ພະຍາຍາມເກາະຕິດລຳຍົນຂອງກອງທັບກ່ອນທະຍານອອກຈາກຣັນເວ.

ເຈົ້າໜ້າທີ່ລະດັບສູງຂອງກອງທັບສະຫະລັດກ່າວວ່າ ກອງທັບສະຫະລັດຖືກຍິງທີ່ສະໜາມບິນ ພ້ອມສັ່ງຫ້າມຖ້ຽວບິນທຸກລຳ ຂະນະທີ່ກຳລັງທະຫານພະຍາຍາມເຄຍພື້ນທີ່ໃນສະໜາມບິນດ້ວຍຍົນເຮລີກັອບແຕອາປາເຊ ພ້ອມຍິງ “ກະສຸນເຕືອນ” ເພື່ອສະຫຼາຍຝູງຊົນຫຼາຍຮ້ອຍທີ່ພະຍາຍາມເກາະຕິດຕາມລຳຍົນຫວັງໜີອອກນອກປະເທດ ແລະມີອີກຫຼາຍຄົນພະຍາມຂັດຂວາງທາງເດີນຂອງຖ້ຽວບິນ ເຮັດໃຫ້ກອງທັບບໍ່ສາມາດອອກເດີນທາງໄດ້.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...