spot_img
Home​ຂ່າວບັນເທິງມີຄຳສັ່ງຫ້າມເປີດເພງຫຼາຍເພງ ອອກວິທະຍຸ

ມີຄຳສັ່ງຫ້າມເປີດເພງຫຼາຍເພງ ອອກວິທະຍຸ

Published on

ບັນເທີງດາລາ ກັບ ລາວໂພສຕ໌ ວັນນີ້ ເຮົາມີຂ່າວກ່ຽວກັບການສັ່ງຫ້າມເປີດເພງມາຝາກກັນ ເຊິ່ງເປັນຄຳສັ່ງຈາກກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ.

ຕາມແຫຼ່ງຂ່າວຈາກສະຖານີວິທະຍຸກະຈາຍສຽງ FM 90.00MHz ສິນໄຊຍຸກໃໝ່ ແຈ້ງໃຫ້ຮູ້ວ່າ ຢູ່ຄື້ນວິທະຍຸດັ່ງກ່າວໄດ້ມີປະກາດຈາກ ບັນນາທິການປະຈຳສະຖານີວິທະຍຸ ຫ້າມນັກຈັດລາຍການເປີດເພງ ຕຳໝາກແຕງ, ຄັນຫູ, ນ້ອງຢາກໄດ້ຜົວ, ທົ່ງນານ້ອຍ ຫຼືນາທົ່ງນ້ອຍ, ປາຕິໂທ້ ແລະເພງ ແທງ ໂດຍອ້າງອີງວ່າ ເປັນຄຳສັ່ງຈາກກະຊວງຖະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວ.
14699710_633152413534917_880294996_n
ເຊິ່ງຄາດວ່າທັງສາມເພງນີ້ ອາດມີເນື້ອຫາທີ່ບໍ່ເໝາະສົມ ຕາມການພິຈາລະນາຂອງທາງ ກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ຈິ່ງໄດ້ມີຄຳສັ່ງນີ້ອອກມາ ສະນັ້ນ ກໍ່ຂໍໃຫ້ທຸກຄົນປະຕິບັດຕາມນີ້.

ໃນຂະນະທີ່ກ່ອນຫນ້ານີ້ປະມານ 3 ອາທິດ ບັນດາບົດເພງດັ່ງກ່າວຖືກຜູ້ໃຫຍ່ໃນວົງການສ່ອງແສງວ່າບໍ່ຄ່ອຍເໝາະສົມດ້ານສັບພາສາທີ່ສື່ຄວາມຫມາຍໄປແບບສອງແງ່ສອງງ່າມ ຫລືມີຄວາມຫມາຍລາມົກອະນາຈານ ນອກຈາກນັ້ນຍັງມີວິດີໂອເພງບາງເພງມີຄວາມຮຸນແຮງ ບໍ່ເໝາະສົມໃນການສາຍອອກໂທລະພາບ.

ທັງນີ້ ກໍຍັງບໍ່ເປັນທີ່ຊັດເຈນວ່າຢູ່ສະຖານີວິທະຍຸຄື້ນອື່ນ ລວມທັງໂທລະພາບໄດ້ມີຄຳສັ່ງຫ້າມດັ່ງກ່າວຫຼືບໍ່.

ເພງ ຕຳໝາກແຕງ:

ເພງ ນ້ອງຢາກໄດ້ຜົວ:

ເພງ ຄັນຫູ:

ເພງ ແທງ:

ເພງ ປາຕິໂທ້:

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...