ມີການຮົ່ວໄຫລບໍ່ໜ້ອຍໃນຂະແໜງພາສີ!

DSC01693

 

ຂະແໜງພາສີ ແມ່ນໜ່ວຍງານສຳຄັນໜຶ່ງຂອງລັດຖະບານ ເຮັດໜ້າທີ່ການຈັດເກັບລາຍຮັບເຂົ້າງົບປະມານ,

ຊຶ່ງຫລາຍສົກປີຜ່ານມາ ການຈັດເກັບລາຍຮັບຂອງຂະແໜງການດັ່ງກ່າວ ແມ່ນບັນລຸຕາມແຜນທີ່ລັດຖະບານ

ຕັ້ງເປົ້າໝາຍໄວ້, ອັນເຮັດໃຫ້ລະບົບງົບປະມານຂອງລັດມີສະພາບຄ່ອງຕົວດີ, ເສດຖະກິດມີການຂະຫຍາຍຕົວ

ຕາມຈັງຫວະເທື່ອລະກ້າວ, ແຕ່ຕົກມາໃນໄລຍະສອງສາມປີມານີ້ ເຫັນວ່າສະພາບການຈັດເກັບລາຍຮັບງົບປະ

ມານຍັງບໍ່ສາມາດປະຕິບັດໄດ້ຕາມແຜນການ, ໂດຍສະເພາະແມ່ນຂະແໜງພາສີ, ຂະນະທີ່ການສົ່ງອອກ ແລະ

ນຳເຂົ້າສິນຄ້າໃນທົ່ວປະເທດ ພັດມີຕົວເລກເພີ່ມຂຶ້ນທຸກປີ.

 

ແຕ່ສາເຫດທີ່ບໍ່ສາມາດຈັດເກັບໄດ້ນັ້ນກໍມີທັງປັດໃຈໃນຕົວ ແລະ ນອກຕົວ, ແຕ່ໜຶ່ງໃນນັ້ນ ກໍແມ່ນຈາກສະ

ພາບການຮົ່ວໄຫລ ແລະ ນະໂຍບາຍຍົກເວັ້ນພາສີຕໍ່ສີນຄ້າທີ່ເປັນແຫລ່ງລາຍຮັບໃຫຍ່ກໍມີຈຳນວນເພີ່ມຂຶ້ນຄື

ດັ່ງຢູ່ພາສີເຂດ V ເຫັນວ່າສົກປີ 2013-2014 ນີ້, ມີສະພາບຮົ່ວໄຫລຂອງລາຍຮັບພາສີຫລາຍສົມຄວນ, ເຊິ່ງເກີດ

ຈາກຫລາຍບັນຫາເຊັ່ນ: ການແຈ້ງເສຍຄ່າພາສີຕ່ຳ, ມີການຍົກເວັ້ນການນຳເຂົ້ານ້ຳມັນ ແລະ ພາຫະນະ ເປັນຈຳ

ນວນຫລາຍ, ການຄຸ້ມຄອງລາຍຮັບຈາກການສົ່ງອອກໄມ້, ແຮ່ທາດຍັງບໍ່ຮັດກຸມເທົ່າທີ່ຄວນ ເຮັດໃຫ້ມີການຮົ່ວ

ໄຫລດ້ານລາຍຮັບພາສີ, ເກີດການສວຍໂອກາດຂອງບໍລິສັດຜູ້ນຳເຂົ້າ ໂດຍການແອບອ້າງວ່ານຳເຂົ້າພາຫະນະ

ກົນຈັກເພື່ອໄປຮັບໃຊ້ໂຄງການ ແຕ່ແລ້ວກໍເອົາມາຂາຍກໍມີ, ລົດທີ່ບໍ່ໄດ້ເຂົ້າສາງຜ່ານອອກເລີຍມີຫລາຍກວ່າ

ລົດເຂົ້າສາງເຫລົ່ານີ້ເປັນຕົ້ນ, ຈາກສະພາບດັ່ງກ່າວພາສີເຂດ V ຈຶ່ງຈັດເກັບລາຍຮັບໄດ້ພຽງ 2.464 ຕື້ກວ່າກີບ,

ເທົ່າກັບ 88% ຂອງແຜນການ ແລະ ໂອກາດ ໂອ້ລົມຕໍ່ກອງປະຊຸມການເງິນທົ່ວປະເທດປະຈຳສົກປີ 2013- 2014

ຂອງທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ເມື່ອທ້າຍເດືອນຕຸລານີ້ເພີ່ນກໍເນັ້ນໃຫ້ກະຊວງການເງິນ ຕ້ອງ

ເພີ່ມທະວີເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານລັດຖະກອນໃຫ້ຫລາຍກວ່າເກົ່າ ເພື່ອຍົກ

ສູງຄວາມຮັບພິຊອບທາງດ້ານການເມືອງ, ໜ້າທີ່ວຽກງານ ແລະ ຕີຖອຍປາກົດການຫຍໍ້ທໍ້ທີ່ເກີດຂຶ້ນເຊັ່ນ: ການ

ສໍ້ລາດບັງຫລວງ ແລະ ສວຍໃຊ້ອຳນາດໜ້າທີ່ຂອງພະນັກງານໃນທາງທີ່ຜິດ, ອັດຊ່ອງຫວ່າງການຮົ່ວໄຫລງົບປະ

ມານໃຫ້ໄດ້ຢ່າງຈະແຈ້ງ ແລະ ເປັນຮູບປະທຳກວ່າເກົ່າ.

 

ແຫລ່ງຂ່າວ: ລາວພັດທະນາ