spot_img
Homeຂ່າວພາຍ​ໃນມິດສາຊີບມາໃນຮູບແບບລູກຄ້າ ຈອງໂຕະຮ້ານອາຫານ

ມິດສາຊີບມາໃນຮູບແບບລູກຄ້າ ຈອງໂຕະຮ້ານອາຫານ

Published on

ເຕືອນໄພສຳລັບໃຜທີ່ເປັນເຈົ້າຂອງຮ້ານອາຫານ ເພາະປັດຈຸບັນມີມິດສາຊີບທີ່ແອບອ້າງມາເປັນລູກຄ້າ ໃນການຈອງໂຕະແລ້ວທຳທ່າເປັນໂອນເງິນຄ່າອາຫານ ແລະ ເຄື່ອງດື່ມ.

ໃນວັນທີ 14 ກັນຍາ 2023 ທີ່ຜ່ານມາ ຜູ້ໃຊ້ເຟສບຸກຊື່ Donny Phonsouli ໄດ້ອອກມາເຕືອນໄພກ່ຽວກັບມິດສາຊີບ ທີ່ແອບແຝງມາໃນຮູບແບບຂອງລູກຄ້າ ໂດຍມິດສາຊີບແຊັດມາວ່າຈອງໂຕະ ແລ້ວສອບຖາມລາຄາ ເຄື່ອງດື່ມ ຫຼື ອາຫານ ຫຼັງຈາກນັ້ນກໍມີການຖ່າຍຫຼັກຖານການໂອນວ່າໄດ້ໂອນໄປແລ້ວ ຈຳນວນ 1.500.000 ກີບ ໃນການຈ່າຍຄ່າເຄື່ອງດື່ມ ຫຼື ອາຫານກ່ອນ.

ແຕ່ວ່າມິດສາຊີບ ກໍແຊັດອ້າງວ່າ ຄາວຽກມື້ອື່ນຈຶ່ງໄປ ແລ້ວກໍຖາມເງິນຄືນ 1.000.000 ກີບ ເພື່ອວ່າຈະຈ່າຍຄ່າມັດຈຳພຽງ 500.000 ກີບ.

ຢ່າງໃດກໍຕາມ ໂຊກດີທີ່ທາງຮ້ານຮູ້ທັນວ່າບຸກຄົນນີ້ເປັນມິດສາຊີບ ແລ້ວ ໂອນເງິນຄືນພຽງ 50 ກີບ ເພາະວ່າມິດສາຊີບທີ່ສົ່ງຫຼັກຖານການໂອນນັ້ນ ໄດ້ປອມແປງເງິນທີ່ໂອນຕົວຈິງຈາກ 50 ກີບ ເປັນ 1.500.000 ກີບ.

ສະນັ້ນ ຈຶ່ງຢາກຂໍເຕືອນທຸກໆຄົນ ບໍ່ວ່າຈະເປັນທັງລູກຄ້າ ຫຼື ເຈົ້າຂອງຮ້ານຄ້າຕ່າງໆ ໃຫ້ມີສະຕິໃນການຮັບເງິນໂອນ ຫຼື ຈ່າຍສິ່ງຕ່າງໆ ເພື່ອບໍ່ຕົກເປັນເຫຍື່ອຂອງແກ້ງມິດສາຊີບ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...