spot_img
Homeບໍລິການກັບມາອີກຄັ້ງ! ກັບງານເທດສະການເບຍ Oktoberfest 2018

ກັບມາອີກຄັ້ງ! ກັບງານເທດສະການເບຍ Oktoberfest 2018

Published on

ທ່ານອາດເຄີຍໄດ້ເຂົ້າຮ່ວມງານຄອນເສີດ ຫຼື ເທສະການ ງານລ້ຽງຕ່າງໆ ຫຼາຍໆງານມາແລ້ວ, ແຕ່ຍັງມີອີກງານໜຶ່ງທີ່ມີຄວາມແຕກຕ່າງຈາກງານອື່ນໆທີ່ທ່ານເຄີຍສຳຜັດ ນັ້ນກໍຄືງານ LBC Oktoberfest 2018. ປີນີ້ຖືວ່າເປັນປີທີ 2 ແລ້ວທີ່ເບຍລາວໄດ້ນຳເອົາເທສະການ ທີ່ໂດງດັ່ງຂອງ ຊາວເຢຍລະມັນ ມາຈັດຢູ່ບ້ານເຮົາ ເຊິ່ງເທສະການນີ້ຄ່ອນຂ້າງແຕກຕ່າງຈາກງານອື່ນຫຼາຍ ເພາະບໍ່ໄດ້ມີພຽງເບຍຫຼາກຫຼາຍລົດຊາດ ແຕ່ຍັງມີອາຫານຂອງຝັ່ງຕາເວັນຕົກ, ວັດທະນະທຳການເຕັ້ນ Chicken dance, ຈົນຮອດການແຕ່ງກາຍແບບເຢຍລະມັນຂອງຄົນທີ່ໄປຮ່ວມໃນງານນີ້ ເຊິ່ງທຸກຄົນກໍສາມາດຮ່ວມປະກອບສ່ວນນຳໄດ້ເຊັ່ນກັນ.
ອີກສິ່ງໜຶ່ງທີ່ໜ້າສົນໃຈຫຼາຍກໍຄື ການສະແດງດົນຕີຈາກວົງດົນຕີຊາວເຢຍລະມັນທີ່ເຄີຍຮ່ວມຫຼິ້ນໃນງານ Oktoberfest ມາແລ້ວຫຼາຍປະເທດ ແລະ ວົງນີ້ກໍຈະມາຫຼິ້ນເຖິງເວທີຂອງບ້ານເຮົາເຊັ່ນກັນ. ສິ່ງໜຶ່ງທີ່ຢາກແນະນຳທຸກຄົນກໍຄືງານນີ້ມີມຸມຖ່າຍຮູບຄັກໆຢູ່ທົ່ວງານ ບໍ່ວ່າຈະເປັນຈອກຂະໜາດຍັກໜ້າງານ, ຈຳລອງບ້ານສະໄຕລ໌ເຢຍລະມັນ, ຊຸ້ມໄຟ, ແລະ ມຸມງາມຫຼາຍຈຸດ. ສຸດທ້າຍນີ້, ສິ່ງທີ່ເປັນເອກະລັກຂອງງານນີ້ກໍຄືຈອກເບຍໃຫຍ່ ເຊິ່ງມີຈໍາໜ່າຍໃຫ້ແຕ່ພຽງໃນງານເທົ່ານັ້ນເດີ້. ຂໍບອກວ່າຄວນເກັບສະສົມເປັນຢ່າງຍິ່ງ!

ງານເລີ່ມຕັ້ງແຕ່ວັນທີ 18-21 ເດືອນຕຸລາ 2018 ເລີ່ມເວລາ 18:30 ທີ່ເດີ່ນຈອດລົດ ຫໍວັດທະນະທຳ ແຫ່ງຊາດເດີ້ທຸກຄົນ.

#Proudtobelao#Oktoberfest2018 #Oktoberfest2018VTE

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...