spot_img
Homeຂ່າວພາຍ​ໃນມາເລເຊຍ ສົ່ງຄະນະນັກກິລາເກືອບ700ຊີວິດເຂົ້າຮ່ວມສິງກາໂປເກມ2015

ມາເລເຊຍ ສົ່ງຄະນະນັກກິລາເກືອບ700ຊີວິດເຂົ້າຮ່ວມສິງກາໂປເກມ2015

Published on

ລັດຖະບານມາເລເຊຍ ຮ່ວມກັບຄະນະກຳມະການໂອແລມປິກແຫ່ງຊາດມາເລເຊຍ ໄດ້ຈັດພິທີມອບທຸງຊາດ ແລະ ຈັດງານລ້ຽງສົ່ງນັກກິລາ ທີ່ຈະເຂົ້າຮ່ວມການແຂ່ງຂັນ ກິລາ ຊີເກມ ຄັ້ງທີ 28 ທີ່ເມືອງປຸຕຣາຈາຢາ ມາເລເຊຍ ເມື່ອວັນທີ 24 ພຶດສະພາ ຜ່ານມາ ໂດຍການເປັນປະທານຮ່ວມຂອງທ່ານ ໄຄຫຼີ ຈາມາລຸດດິນ ລັດຖະມົນຕີວ່າການ ກະຊວງເຍົາວະຊົນ ແລະ ກິລາ ກັບ ທ່ານ ຕົນກູ ອິມຣານຕວນກູ ຈາຟາ ປະທານຄະນະກຳມະການໂອລິມປິກແຫ່ງຊາດມາເລເຊຍ ໂດຍມີ ຫຼີ ຊອງເວີຍ ນັກກິລາດອກປີກໄກ່ ເປັນຕົວແທນນັກກິລາຂຶ້ນຮັບທຸງຊາດຢ່າງເປັນທາງການ.

ໂອກາດດັ່ງກ່າວ ທ່ານ ໄຄຫຼີ ຈາມາລຸດດິນ ກ່າວວ່າ ກິລາຊີເກມ ຄັ້ງທີ 28 ທີ່ປະເທດສິງກາໂປເປັນເຈົ້າພາບ ລະຫວ່າງວັນທີ 5-6 ມິຖຸນາ 2015 ມາເລເຊຍ ສົ່ງຄະນະນຳ ແລະ ນັກກິລາ ເຂົ້າຮ່ວມການແຂ່ງຂັນຈຳນວນ 670 ຄົນ ໃນ 35 ປະເພດກິລາ ໂດຍນັກກິລາຂອງມາເລເຊຍ ຊຸດນີ້ ຫຼາຍກວ່າເຄິ່ງໜຶ່ງ ມີອາຍຸນ້ອຍກວ່າ 21 ປີ ເຊິ່ງເປັນທີມຊາດທີ່ມີອາຍຸສະເລ່ຍນ້ອຍທີ່ສຸດ ທີ່ຢູ່ໃນແຜນການກຽມທີມ ເພື່ອການແຂ່ງຂັນກິລາຊີເກມ ຄັ້ງທີ 29 ທີ່ມາເລເຊຍ ຈະເປັນເຈົ້າພາບໃນອີກ 2 ປີ ຕໍ່ໜ້າ ດັ່ງນັ້ນ ມາເລເຊຍ ຈຶ່ງບໍ່ໄດ້ຕັ້ງເປົ້າໝາຍຫຼຽນລາງວັນ ໂດຍສະເພາະຫຼຽນຄຳ ຄືຄັ້ງຜ່ານໆມາ ແຕ່ເປົ້າໝາຍຫຼັກໆແມ່ນ ນັກກິລາຕ້ອງມີຜົນງານ 56 ເປີເຊັນ ຂອງຈຳນວນຫຼຽນທີ່ເຂົ້າແຂ່ງຂັນ ເຊິ່ງລວມທັງຫຼຽນເງິນ ແລະ ຫຼຽນທອງ ແລະ ນັກກິລາທຸກຄົນ ທຸກລາຍການຕ້ອງມີຜົນງານດີຂຶ້ນກວ່າເກົ່າ. ທ່ານ ໄຄຫຼີ ກ່າວເນັ້ນວ່າ ສຳລັບກິລາບາງປະເພດ ເຊັ່ນ ໂດດນ້ຳ, ສະວອຊ, ດອກປີກໄກ່ ມີການຕັ້ງເປົ້າໝາຍຈຳນວນຫຼຽນຄຳຕາມເງື່ອນໄຂ ສ່ວນກິລາບາງປະເພດ ເຊັ່ນ ບານເຕະ, ແລ່ນ-ລານ, ລອຍນ້ຳ ແລະ ກະຕໍ້ ເຖິງແມ່ນວ່າບໍ່ມີເປົ້າໝາຍຫຼຽນທອງ ແຕ່ກໍ່ຕ້ອງມີຜົນງານດີກວ່າຄັ້ງຜ່ານມາຢ່າງເປັນຮູບປະທຳ.

“ສຳລັບ ຊີເກມ ຄັ້ງທີ 27 ທີ່ສະຫະພາບມຽມາ ມາເລເຊຍ ຕັ້ງເປົ້າໄວ້ 40 ຫຼຽນຄຳ ແຕ່ໄດ້ມາ 43 ຫຼຽນຄຳ ຖືວ່າລື່ນຄາດໝາຍ 3 ຫຼຽນຄຳ ແລະ ຊີເກມຄັ້ງນີ້ ເຮົາໝັ້ນໃຈວ່າ 50 ຫຼຽນຄຳ ມີຄວາມເປັນໄປໄດ້ສູງ ແລະ ໃກ້ຄຽງຄວາມເປັນຈິງທີ່ສຸດ” ທ່ານ ທ່ານ ຕົນກູ ກ່າວ

11295670_858152347555746_7854556451334242749_n

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...