spot_img
Homeຂ່າວພາຍ​ໃນມາຕະການດ້ານເງິນຕາຂອງທະນາຄານ ສົ່ງຜົນອັດຕາແລກປ່ຽນນອກທະນາຄານ ຖີບໂຕສູງຂຶ້ນ

ມາຕະການດ້ານເງິນຕາຂອງທະນາຄານ ສົ່ງຜົນອັດຕາແລກປ່ຽນນອກທະນາຄານ ຖີບໂຕສູງຂຶ້ນ

Published on

ພາຍຫຼັງທີ່ລັດຖະບານມີມາຕະການ ກຳນົດໃຫ້ຜູ້ໜຶ່ງສາມາດແລກປ່ຽນເງິນຕາຕ່າງປະເທດໄດ້ 5,000,000 ກີບ/ມື້ ໄດ້ເຮັດໃຫ້ອັດຕາແລກປ່ຽນເງິນຕາຕ່າງປະເທດຢູ່ນອກທະນາຄານຖີບໂຕສູງຂຶ້ນຫຼາຍກວ່າປົກກະຕິ.

ໃນໄລຍະບໍ່ດົນມານີ້ ທະນາຄານແຫ່ງ ສປປ ລາວ ໄດ້ກຳນົດໃຫ້ແຕ່ລະທະນາຄານທຸລະກິດລັດແລະທະນາຄານເອກະຊົນສາມາດຂາຍເງິນຕາໃຫ້ແກ່ມວນຊົນໄດ້ບໍ່ເກີນຜູ້ລະ 5,000,000 ກີບ ຫຼືທຽບເທົ່າຕໍ່ຄົນ ແຕ່ຂະນະດຽວກັນກໍໄດ້ກຳນົດໃຫ້ແຕ່ລະທະນາຄານມີຂີດຈຳກັດໃນການຂາຍເງິນຕາ ໝາຍຄວາມວ່າບໍ່ແມ່ນທຸກຄົນທີ່ໄປແລກປ່ຽນເງິນຕາຕ່າງປະເທດຈະໄດ້ແລກປ່ຽນ ເພາະຖ້າລົງທະບຽນຊ້າ ຫຼືໄປແລກປ່ຽນໂດຍບໍ່ໄດ້ລົງທະບຽນໄວ້ກ່ອນ ກໍອາດຈະບໍ່ໄດ້ແລກປ່ຽນເລີຍກໍໄດ້.

ທັງນີ້, ໃຜຕ້ອງການແລກປ່ຽນຕ້ອງລົງທະບຽນໄວ້ກ່ອນ ໂດຍສາມາດລົງທະບຽນທາງຂໍ້ຄວາມໂທລະສັບໄດ້ ແຕ່ຕ້ອງລົງທະບຽນພາຍໃນມື້ທີ່ຈະແລກປ່ຽນ. ຫຼືຖ້າຫາກມີຄວາມຈຳເປັນຕ້ອງໃຊ້ເງິນຕາຈຳນວນຫຼາຍກໍສາມາດແລກປ່ຽນໄດ້ ໂດຍຕ້ອງມີການສະເໜີເປັນລາຍລັກອັກສອນ ຫຼືຖ້າຫາກເປັນເຫດການເລັ່ງດ່ວນຄື ຕ້ອງໃຊ້ໃນການໄປປິ່ນປົວກໍສາມາດປ່ຽນຫຼາຍໄດ້ທັນທີ.

ໃນຂະນະທີ່ທະນາຄານກາງໄດ້ອອກແຈ້ງການ ເລກທີ 202/ທຫລ ລົງວັນທີ 1 ມິຖຸນາ 2016 ໃຫ້ຮ້ານແລກປ່ຽນເງິນຕາສາມາດໃຫ້ມວນຊົນແລກໄດ້ບໍ່ເກີນ 20,000,000 ກີບ ແຕ່ບໍ່ລະບຸຈະແຈ້ງວ່າ ຕໍ່ຫົວຄົນຫຼືຕໍ່ຮ້ານ, ຕໍ່ວັນຫຼືຕໍ່ເດືອນ ຫຼືຈັ່ງໃດ? ອາດຈະເປັນຍ້ອນຄວາມບໍ່ຈະແຈ້ງນີ້ເອງ ຈຶ່ງເຮັດໃຫ້ຮ້ານແລກປ່ຽນເງິນຕາຫຼາຍຮ້ານສາມາດແລກປ່ຽນໄດ້ແບບບໍ່ຈຳກັດວົງເງິນ.

screenshot-144

ມາຕະການດັ່ງກ່າວນັ້ນ, ເຮັດໃຫ້ຮ້ານແລກປ່ຽນເງິນຕາບາງແຫ່ງ(ທີ່ບໍ່ແມ່ນຂອງທະນາຄານ) ລວມທັງການແລກປ່ຽນຂອງຊາວຄ້າຂາຍທີ່ບໍ່ແມ່ນຮ້ານແລກປ່ຽນ ຫຼືທີ່ເອີ້ນວ່າຕະຫຼາດມືດ ສວຍໂອກາດຂຶ້ນອັດຕາແລກປ່ຽນສູງກວ່າທີ່ທະນາຄານກາງກຳນົດເຖິງ 4-6% ເຊັ່ນ ເງິນໂດລາສະຫະລັດ ຈາກ 1 ໂດລາ 8,166 ກີບ ແຕ່ໃນຕະຫຼາດມືດອັດຕາແລກປ່ຽນສູງເຖິງ 8,500 ກີບ, ຫຼືຈາກ 1 ບາດໄທເທົ່າກັບ 234 ກີບ ແຕ່ໃນຕະຫຼາດມືດສູງເຖິງ 250 ກີບ. ເຫດການດັ່ງກ່າວນີ້ເຮັດໃຫ້ຊາວຄ້າຂາຍລາຍຍ່ອຍທີ່ຕ້ອງໃຊ້ຈ່າຍເງິນຕາຕ່າງປະເທດໃນການຊຳລະຄ່າສິນຄ້າມີຄວາມຫຍຸ້ງຍາກຫຼາຍຂຶ້ນ.

screenshot-143

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...