ສະໂມສອນໃຫຍ່ແຫ່ງລາລີກ້າ ສະເປນ ເຣອນ ມາດຣິດ ມີສະຖິຕິໃໝ່ຍິງປະຕູໃນເກມເຢືອນຂອງລີກຫຼາຍທີ່ສຸດໃນໜື່ງລະດູການຍິງໄດ້ 53 ປະຕູຈາກການລົງແຂ່ງ 19 ນັດໃນຂະນະທີ່ສະຖິຕິເກົ່າແມ່ນ 51 ປະຕູເມື່ອຊີຊັນ 2011-2012
ຈາກເກມທີ່ຍິງປະຕູຫຼາຍທີ່ສຸດຄືໄປເຢືອນ ລາ ຄໍລຸນຢ້າ ຂາດລອຍເຖິງ 8-2 ປະຕູໂດຍສະຫຼຸບແລ້ວມີຄ່າສະເລ່ຍການຍິງເຖິງ 2.78 ປະຕູຕໍ່ 1 ເກມເລຍກໍ່ວ່າໄດ້ ແລະ ຄຣິສເຕຍໂນ ໂຣນັນໂດ້ ຄືຜູ້ທີ່ຍິງຫຼາຍກວ່າໝູ່ໃນທີມຈຳນວນ 23 ປະຕູ