spot_img
Homeຂ່າວເຫດການມອບ-ຮັບໜ້າທີ່ ເລຂາພັກແຂວງ ເຈົ້າແຂວງຫລວງນ້ຳທາ

ມອບ-ຮັບໜ້າທີ່ ເລຂາພັກແຂວງ ເຈົ້າແຂວງຫລວງນ້ຳທາ

Published on

LNT

ຂປລ. ພິທີມອບຮັບໜ້າທີ່ ເລຂາພັກແຂວງ, ເຈົ້າແຂວງໆຫລວງ ​ນ້ຳ​ທາ ລະ​ຫວ່າງ ​ທ່ານ ດ​ຣ. ພິມ​ມະ​ສອນ ເລືອງ​ຄຳ​ມາ ກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂ​າ​ພັກ​ແຂວງ ເຈົ້າແຂວງໆຫລວງ​ນ້ຳ​ທາ​ ຜູ້​ເກົ່າ ແລະ ​ທ່ານ ເພັດ​ຖາ​ວອນ ພິ​ລາ​ວັນ ເລ​ຂາ​ພັກ​ແຂວງ ເຈົ້າ​ແຂວງໆຫລວງ​ນ້ຳ​ທາ​ຜູ້ໃໝ່ ໄດ້ຈັດຂຶ້ນ​ໃນວັນທີ 21 ມິຖຸນາ 2014 ຢູ່ຫ້ອງວ່າ ການປົກຄອງ ແຂວງຫລວງນ້ຳທາໂດຍ​ເປັນກຽດ​ເຂົ້າ​ຮ່ວມ​ຂອງ ​ທ່ານ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ກຳ​ມະ​ການ​ກົມ​ການ​ເມືອງ ສູນ​ກາງ​ພັກ, ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ, ຜູ້​ຊີ້​ນຳ​ວຽກ​ງານ​ ເສດ​ຖະ​ກິດ ການ​ຜະ​ລິດ ແລະ ​ຈໍ​ລະ​ຈອນ; ມີບັນດາກໍາມະການ ປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງ, ຫົວໜ້າ, ຮອງຫົວໜ້າ ພະແນກການອ້ອມຂ້າງແຂວງ, ພະນັກງານອາວຸໂສບຳນານເຂົ້າຮ່ວມ.


ໂອກາດດັ່ງກ່າວນີ້
, ທ່ານ ສົມ​ສະ​​ຫວາດ ເລັ່ງ​ສ​ະ​ຫວັດ ໄດ້​ໃຫ້​ກຽດໂອ້ລົມ ພ້ອມທັງໃຫ້ທິດຊີ້ນຳ ໃນການປະຕິບັດວຽກງານ ໃນແຕ່ລະດ້ານ ເພື່ອການພັດທະນາ ແຂວງຫລວງ​ນ້ຳ​ທາ ກ້າວໄປຢ່າງບໍ່ຢຸດຢັ້ງ.

ພ້ອມ​ນີ້,  ທ່ານ ດຣ. ພິມມະສອນ ເລືອງຄຳມາໄດ້ລາຍງານກ່ຽວກັບ ສະພາບວຽກງານຮອບດ້ານ ໃນໄລຍະ 10 ປີທີ່​ຜ່ານ​ມາ ​ເຊິ່ງໄດ້ຄຽງບ່າຄຽງໄຫລ່ ກັບຄະນະນຳ ຂອງເເຂວງ, ເມືອງແລະອຳນາດການປົກຄອງທຸກຂັ້ນເຮັດໃຫ້ຄວາມສາມັກຄີ ພາຍໃນການນຳ, ຄວາມສາມັກຄີພາຍໃນພັກ, ພະນັກງານ ແລະ ປະຊາຊົນທົ່ວແຂວງ ໄດ້ຮັບການຍົກສູງ ຂຶ້ນເປັນກ້າວໆ ປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາ ແຂວງຫລວງນ້ຳທາ ກ້າວຂຶ້ນຢ່າງໜັກແໜ້ນ, ເຮັດໃຫ້ເສດຖະກິດຂອງ ແຂວງສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ສະເລ່ຍໃນລະດັບ 7,8% ຕໍ່ປີ, ປີ 2015 ລວມຍອດຜະລິດຕະພັນ ພາຍໃນບັນລຸ 2.156 ຕື້ກີບສະເລ່ຍຕໍ່ຫົວຄົນບັນລຸ 1.540 ໂດລາຕໍ່ຄົນຕໍ່ປີ​.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...