spot_img
Homeຂ່າວການພັດທະນາມອບ - ຮັບໂຄງການບູລະນະ ຫໍວັດທະນະທຳແຫ່ງຊາດ

ມອບ – ຮັບໂຄງການບູລະນະ ຫໍວັດທະນະທຳແຫ່ງຊາດ

Published on

national culture hall

ພິທີມອບ-ຮັບໂຄງການບູລະນະສ້ອມແປງຫໍວັດທະນາທຳແຫ່ງຊາດທີ່ນະຄອນ ຫລວງວຽງຈັນລະຫວ່າງທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ຫລຽງ ຈ້ຽນ ຈີນ ອຸປະທູດແຫ່ງສປຈີນປະຈຳລາວ, ໄດ້ມີຂຶ້ນໃນເຊົ້າວັນທີ 25 ພຶດສະພານີ້ທີ່ຫໍດັ່ງ ກ່າວ.

ອຳນວຍການຫໍວັດທະນະທຳແຫ່ງຊາດ ກ່າວໃນພິທີວ່າ:ຫໍວັດທະນາທຳແຫ່ງ ຊາດແມ່ນຂອງຂວັນອັນລ້ຳຄ່າທີ່ລັດຖະບານຈີນມອບໃຫ້ແກ່ລັດຖະບານລາວ, ເພື່ອເປັນສັນຍະລັກແຫ່ງຄວາມ ສາມັກຄີມິດຕະພາບລະຫວ່າງສອງຊາດລາວ-ຈີນ, ເຊິ່ງໄດ້ສ້າງຂຶ້ນໃນປີ 2000 ແລະ ຕະຫລອດໄລຍະ 15 ປີຜ່ານມາຫໍວັດ ທະນະທຳແຫ່ງນີ້ໄດ້ໃຫ້ບໍລິການຮັບໃຊ້ຈັດໂຮມຊຸມນຸມ, ກອງປະຊຸມ, ການສະແດງສີລະປະວັນນະຄະດີ ແລະ ກິດຈະກຳຕ່າງໆຂອງພັກ-ລັດ, ອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ, ຫົວໜ່ວຍທຸລະກິດ, ບັນດາຫ້າງຮ້ານທັງພາຍໃນ ແລະ ຕ່າງປະເທດໄດ້ເປັນຢ່າງດີ ແລະ ຜ່ານການນຳໃຊ້ມາເປັນເວລາຫລາຍປີຄືດັ່ງກ່າວ ຈຶ່ງເຮັດໃຫ້ສະຖານທີ່ລວມເຖິງອຸປະ ກອນລະບົບເຕັກນິກສຳຄັນຕ່າງໆມີການຊຸດໂຊມເປ່ເພ, ດັ່ງນັ້ນອີງໃສ່ສັນຍາຮ່ວມມືແລກປ່ຽນວ່າດ້ວຍການປົກ ປັກຮັກສາບູລະນະສ້ອມແປງປ່ຽນຖ່າຍອຸປະກອນຕ່າງໆໃຫ້ແກ່ຫໍວັດທະນະທຳແຫ່ງຊາດລະຫວ່າງລັດຖະບານລາວ ແລະ ຈີນ, ລັດຖະບານຈີນຈຶ່ງໄດ້ມອບ   ໝາຍໃຫ້ບໍລິສັດ 5 ເໝືອງ 23 ໂລຫະທາດຂອງຈີນດຳເນີນການຈັດຕັ້ງປະຕິບັດສ້ອມ ແປງຫໍວັດທະນະທຳແຫ່ງນີ້ໃຫ້ມີຄວາມໂດດເດັ່ນ, ສວຍງາມ ແລະ ທັນສະໄໝ, ເຊິ່ງໄດ້ເລີ່ມປະຕິບັດມາແຕ່ເດືອນມີນາ 2013 ຊຶ່ງປະກອບມີ: ປ່ຽນຫລັງຄາ, ຕົບແຕ່ງພາຍໃນ, ຕິດຕັ້ງລະບົບເຕັກນິກໄຟແສງສີສຽງທີ່ທັນສະໄໝ ພາຍໃນ ຫ້ອງໂຖງໃຫຍ່ ແລະ ປັບປຸງຫ້ອງປະຊຸມ, ຈົນມາຮອດເດືອນພຶດສະພາ 2015 ຈຶ່ງສຳເລັດ, ລວມມີມູນຄ່າການກໍ່ສ້າງທັງໝົດ 42 ລ້ານຢວນ (ສະກຸນເງິນຈີນ) ປະມານ 50 ຕື້ກວ່າກີບ ແລະ ຜົນສຳເລັດເປັນຢ່າງດີອັນໄດ້ຢັ້ງຢືນໃຫ້ເຫັນເຖິງ ການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນການຖະນຸຖະໜອມສັນຍາລັກແຫ່ງຄວາມສາມັກຄີມິດຕະ ພາບລະຫວ່າງສອງຊາດລາວ-ຈີນໃຫ້ສວຍງາມ ແລະ ໝັ້ນຄົງທະນົງແກ່ນຕະຫລອດໄປ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...